Search * to go to the next Chapter Search # to go to the next Case ການເຮັດໃຫ້ປະກົດຜົນເປັນຈິງ ການສະໜັບສະໜູນສົນທິສັນຍາສະຫະປະຊາຊາດ ສໍາລັບ ແຜນການປະຕິບັດງານຂອງລັດຖະບານປະເທດ ກໍາປູເຈຍ, ສປປ ລາວ ແລະ ປະເທດໄທ ການເຮັດໃຫ້ປະກົດຜົນເປັນຈິງ ການສະໜັບສະໜູນສົນທິສັນຍາສາກົນ ວ່າດ້ວຍສິດທິຂອງຄົນພິການ ສຳລັບການປະຕິບັດໂຄງການຂອງລັດຖະບານ ກຳປູເຈຍ, ສປປ ລາວ ແລະ ລາດຊະອະນາຈັກໄທ ຜະລິດໂດຍ: ອົງການສາກົນ ເພື່ອຄົນພິການ (HI) ພາຍໃຕ້ການຮ່ວມມືໂດຍ: ກອງເລຂາຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ແລະຜູ້ອາຍຸສູງ ສະມາຄົມຄົນພິການແຫ່ງຊາດລາວ (LDPA) ອົງການຈັດຕັ້ງຂອງຄົນພິການ ປະເທດກຳປູເຈຍ (CDPO) ສູນພັດທະນາຄົນພິການ ເອເຊຍ-ປາຊີຟິກ (APCD) ສະໜັບສະໜູນທຶນໂດຍ: ສຳນັກງານປະຊາທິປະໄຕ ສິດທິມະນຸດ ແລະ ແຮງງານ ແຫ່ງລັດຖະບານອາເມຣິກາ ສາລະບານ I. ບົດແນະນໍາໂຄງການ II. ການເຮັດໃຫ້ປະກົດຜົນເປັນຈິງ III. ຄວາມເປັນພິການເປັນຫົວຂໍ້ໜື່ງກ່ຽວກັບສິດທິມະນຸດ IV. ຕົວຫຍໍ້ V. ເອກະສານອ້າງອີງ VI. ການປະຕິບັດທີ່ດີ ກໍລະນີສຶກສາຢູ່ກຳປູເຈຍ ກໍລະນີສຶກສາ 1: ການເຂົ້າເຖີງໂປຼແກຼມໂທລະພາບດ້ວຍການແປພາສາມື ກໍລະນີສຶກສາ 2: ແຜນການຝຶກອົບຮົມພາສາມືສຳລັບຄົນຫູໜວກຢູ່ປະເທດກຳປູເຈຍ ກໍລະນີສຶກສາ 3: ຮ່າງແບບການລົງຄະແນນສຽງສໍາລັບຄົນທີ່ມີຄວາມບົກຜ່ອງດ້ານສາຍຕາທີ່ຈະລົງ ຄະແນນສຽງໃນການເລືອກຕັ້ງ ກໍລະນີສຶກສາ 4: ການເຂົ້າເຖິງຂໍ້ມູນຂ່າວສານໂດຍຜ່ານການສື່ສານປາກເປົ່າສໍາລັບຄົນພິການ ກໍລະນີສຶກສາ 5: ການສົ່ງເສີມການເຂົ້າເຖີງຂໍ້ມູນຂ່າວສານ, ການສຶກສາ ແລະ ອຸປະກອນການ ສື່ສານຕ່າງໆ ກໍລະນີສຶກສາຢູ່ ສປປ ລາວ ກໍລະນີສຶກສາ 1: ການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການໃຫ້ແກ່ສະມາຄົມນັກ ຂ່າວແຫ່ງຊາດລາວ ກໍລະນີສຶກສາ 2: ການຝຶກອົບຮົມກ່ຽວກັບການນຳໃຊ້ພາສາມືຂັ້ນພື້ນຖານໃຫ້ແກ່ພະນັກງານສາທາລະ ນະສຸກຢູ່ໂຮງໝໍ ກໍລະນີສຶກສາ 3: ການນຳໃຊ້ ໂປຼແກຼມແຮນມີ ແລະ ເວັບໄຊແຮນທັອກ: ເຄື່ອງມືການນຳໃຊ້ສະ ມາຣດໂຟນ ແລະ ເຄື່ອງມືການຮຽນຮູ້ອອນໄລນ໌ ກໍລະນີສຶກສາ 4: ຂະບວນການພັດທະນາໂປຼແກຼມການໃຊ້ສຽງສໍາລັບຄົນທີ່ມີຄວາມບົກຜ່ອງດ້ານສາຍ ຕາຢູ່ໃນ ສປປ ລາວ ກໍລະນີສຶກສາ 5: ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການບໍລິການສາທາລະນະໃນໝູ່ບ້ານ ຊົນນະບົດ ຢູ່ໃນ ສ.ປ.ປ. ລາວ VII. ສະຫຼຸບ VIII. ບັນດາຄູ່ຮ່ວມງານໂຄງການ *I. ບົດແນະນໍາໂຄງການ ໂດຍອົງການສາກົນເພື່ອຄົນພິການ ໂຄງການ "ສະໜັບສະໜູນສົນທິສັນຍາສາກົນ ວ່າດ້ວຍສິດທິຂອງຄົນພິການສໍາລັບການຈັດຕັ້ງປະຕິ ບັດໂຄງການຂອງລັດຖະບານ ກໍາປູເຈຍ, ສປປລາວ ແລະ ລາດຊະອະນາຈັກໄທ" ຊອກຫາ ການເພີ່ມທະວີຂີດຄວາມສາມາດຂອງບັນດາອົງການຈັດຕັ້ງຂອງຄົນພິການເພື່ອປະສານຮ່ວມກັນໃນການສະຫນັບສະຫນູນປະສິດທິຜົນຕໍ່ການຮັບຮູ້ຢ່າງເຕັມສ່ວນກ່ຽວກັບສິດທິມະນຸດຂອງຄົນພິການ ໂດຍ ຜ່ານການຈັດຕັ້ງປະຕິບັດສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສິດທິຂອງຄົນພິການ (CRPD). ການລິເລີ່ມສົ່ງເສີມໃຫ້ມີໂຄງການລະດັບພາກພື້ນມີຫຼັກຖານໂດຍກົງທີ່ຈະໄດ້ຮັບການມອບສົ່ງໃຫ້ ໂດຍ ອົງການຈັດຕັ້ງຂອງຄົນພິການຕ່າງໆຢູ່ພາຍໃນ ປະເທດກໍາປູເຈຍແລະ ສປປ ລາວ ໃນຂະນະທີ່ປະເທດໄທຈະໄດ້ປະກອບການເປັນສູນກາງຂອງພາກພື້ນສໍາລັບໂຄງການ, ກອງປະຊຸມປຶກສາຫາລື ສໍາລັບເຄືອຂ່າຍ ແລະ ແຫຼ່ງຊັບພະກອນຄວາມຊໍານານທາງດ້ານວິຊາການ. ໂຄງການນີ້ຈະນໍາໃຊ້ ມາດຕາ 21 ຂອງສົນທິສັນຍາສາກົນ ວ່າດ້ວຍສິດທິຂອງຄົນພິການ: ສິດເສລີພາບໃນການສະແດງຄວາມຄິດຄຳເຫັນ, ການມີຄໍາເຫັນ ແລະການເຂົ້າເຖິງຂໍ້ມູນຂ່າວສານຕາມພື້ນຖານການພັດທະນາຫຼັກຖານການສະໜັບສະໜູນຂອງຕົນເພື່ອຂັບເຄື່ອນການນຳພາທີ່ເປັນຮູບປະທຳໃນການຕອບຮັບຢ່າງຊັດເຈນ ຈາກຊຸມຊົນ, ຈາກອໍານາດການປົກຄອງທ້ອງຖິ່ນ ແລະ ຈາກລະດັບຊາດ. ຈຸດປະສົງລວມຂອງໂຄງການ ແມ່ນວ່າບັນດາອົງການຈັດຕັ້ງຂອງຄົນພິການຢູ່ປະເທດກໍາປູເຈຍແລະ ສປປ ລາວຈະໄດ້ເພີ່ມທະວີຂີດຄວາມສາມາດຜັກດັນການສ້າງນະໂຍບາຍ ແລະການໃຫ້ ການບໍລິການ. ໂຄງການດັ່ງກ່າວສະໜັບສະໜູນໂດຍ ສໍານັກງານ ປະຊາທິປະໄຕ ສິດທິ ແລະ ແຮງງານ ລັດຖະບານສະຫະລັດອາເມລິກາ. ອົງການສາກົນເພື່ອຄົນພິການ ແມ່ນອົງການຈັດຕັ້ງເອກະລາດທີ່ບໍ່ຂຶ້ນກັບອົງການຈັດຕັ້ງຂອງລັດຖະບານເຮັດວຽກໃນສະຖານະ ການຂອງການຫຼຸດຜ່ອນຄວາມທຸກຍາກແລະ ຂໍ້ຈໍາກັດໃນການມີສ່ວນຮ່ວມ, ຂໍ້ຂັດແຍ່ງແລະໄພພິບັດ. ອົງການສາກົນເພື່ອຄົນພິການເຮັດວຽກຮ່ວມກັບຄົນພິການແລະກຸ່ມຄົນອ່ອນແອອື່ນໆໃນທົ່ວໂລກ, ການປະຕິ ບັດແລະ ການໃຫ້ການເປັນພະຍານແມ່ນໄດ້ສຸມໃສ່ການຕອບສະໜອງຄວາມຕ້ອງ ການທີ່ສຳຄັນຂອງ ພວກເຂົາເຈົ້າ,ປັບປຸງເງື່ອນໄຂການດໍາລົງຊີວິດຂອງພວກເຂົາເຈົ້າແລະສົ່ງເສີມການ ເຄົາລົບກຽດສັກສີແລະສິດທິພື້ນຖານ ຂອງພວກເຂົາເຈົ້າ. ດ້ວຍເຄືອຂ່າຍຂອງບັນດາ 8 ສະ ມາຄົມແຫ່ງຊາດ (ສະຫະລັດອາເມຣິກາ, ປະເທດເບລຢຽມ, ການາດາ, ຝຣັ່ງເສດ, ເຢຍລະມັນ, ລຸກຊຳບວກ, ສະວິດເຊີແລນແລະ ປະເທດອັງກິດ), ອົງການສາກົນເພື່ອຄົນພິການໄດ້ສ້າງຕັ້ງຂຶ້ນ ໃນປີ 1982 ແລະ ມີການຮ່ວມມືກັບຜູ້ທີ່ໄດ້ຮັບລາງວັນສັນຕິພາບ ໂນເບລ(NOBEL)ໃນປີ 1997, ອົງການສາກົນເພື່ອຄົນໄດ້ມີໂຄງການຢູ່ໃນ 60 ປະເທດແລະ ປະຕິບັດພາລະກິດລວມທັງໃນ ສະຖານະການສຸກເສີນແລະການພັດທະນາ. *II. ການເຮັດໃຫ້ປະກົດຜົນເປັນຈິງ ການເຮັດໃຫ້ປະກົດຜົນເປັນຈິງແມ່ນວິທີການນື່ງສໍາລັບເອກະສານທີ່ເປັນຫຼັກຖານ ແລະ ການສົ່ງເສີມ ການປະຕິບັດທີ່ດີຕ່າງໆທີ່ສອດຄ່ອງກັບບັນດາຫຼັກການພື້ນຖານຂອງສົນທິສັນຍາສາກົນວ່າດ້ວຍ ສິດທິ ຂອງຄົນພິການ. ມີຈຸດປະສົງເພື່ອປະກອບສ່ວນເຮັດໃຫ້ສົນທິສັນຍາສາກົນນີ້ປະກົດຜົນເປັນຈິງ, ດັ່ງນັ້ນມັນຈະຈື່ງສາມາດປັບປຸງຊີວິດການເປັນຢູ່ຂອງຄົນພິການໄດ້. ວິທີການ ວິທີການການສໍາລັບໂຄງການ ແລະ ການຜະລິດຂອງບົດລາຍງານນີ້ໄດ້ຖືກພັດທະນາໃຫ້ສອດ ຄ່ອງກັບວິທີການເຮັດໃຫ້ປະກົດຜົນເປັນຈິງຂອງອົງການສາກົນເພື່ອຄົນພິການ. ການເຮັດໃຫ້ປະກົດ ຜົນເປັນຈິງແມ່ນວິທີການທີ່ໄດ້ມີການນຳໃຊ້ຢູ່ໃນໂລກ, ການລິເລີ່ມຂອງຫຼາຍພາກສ່ວນກ່ຽວຂ້ອງທີ່ມີ ຈຸດປະສົງຕໍ່ການຈັດຕັ້ງປະຕິບັດສົນທິສັນຍາສາກົນ, ປະສິດທິພາບຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສິດທິ ຂອງຄົນພິການ (CRPD): www.makingitwork-crpd.org. ການເຮັດໃຫ້ປະກົດຜົນເປັນຈິງແມ່ນໄດ້ປະສານກັນກັບບັນດາຄູ່ຮ່ວມງານຈາກຄວາມເປັນພິການ, ສິດທິມະ ນຸດ ແລະ ອົງການຈັດຕັ້ງການພັດທະນາຕ່າງໆໃນທົ່ວໂລກເພື່ອ: ການກໍານົດ ແລະ ການແລກປ່ຽນ ການປະຕິບັດທີ່ດີກ່ຽວກັບບັນຫາຄວາມເປັນພິການທີ່ສໍາຄັນ, ການສ້າງຫຼັກຖານ ໃນການປັບປຸງຄວາມ ຮູ້ຂອງຜູ້ປະຕິບັດຕ່າງໆ ແລະ ບັນດາຜູ້ຕັດສິນໃຈ ແລະ ກໍ່ໃຫ້ເກີດ ການກະ ທໍາທີ່ສ້າງໃຫ້ມີຄວາມ ຍືນຍົງທາງສັງຄົມ ແລະ ມີການປ່ຽນແປງທາງດ້ານນະໂຍບາຍ. ການເຮັດ ໃຫ້ປະກົດຜົນເປັນຈິງໃຊ້ ເປັນວິທີການທີ່ເປັນເອກະລັກ ແລະ ວິທີການສ້າງສັນທີ່ສົ່ງຜົນກະ ທົບຕໍ່ການປ່ຽນ ແປງທາງສັງຄົມ ແລະ ການປ່ຽນແປງທາງດ້ານນະໂຍບາຍ ກ່ຽວກັບບັນຫາ ຄວາມເປັນພິການ. ແທນທີ່ຈະສຸມໃສ່ການ ລ່ວງລະເມີດສິດທິມະນຸດ ແລະ ສິ່ງທີ່ຕົນເຮັດ ວຽກບໍ່ໄດ້ດີ. ວິທີການເຮັດໃຫ້ປະກົດຜົນເປັນຈິງຊຸກຍູ້ໃຫ້ ມີຄວາມເອົາໃຈໃສ່ຕໍ່ກັບສິ່ງທີ່ຕົນ ເຮັດໄດ້ດີ ແລະ ວິທີ ການຜັນຂະຫຍາຍ ຫຼື “ການຍົກລະດັບຄວາມຊໍານານງານ” ຂອງບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ. ວິທີການນີ້ແມ່ນວິທີການທີມີປະສິດທິຜົນໂດຍສະເພາະຢູ່ໃນບັນດາປະເທດທີ່ມີຊັບພະຍາກອນຈຳກັດ. ວິທີການເຮັດໃຫ້ປະກົດ ຜົນເປັນຈິງສົ່ງເສີມການຈັດຕັ້ງປະຕິບັດການບໍລິຫານແຕ່ຂັ້ນລຸ່ມຂື້ນໄປຫາ ຂັ້ນເທິງ ເພື່ອການພັດທະນາແບບມີສ່ວນຮ່ວມ, ບ່ອນທີ່ອົງການຈັດຕັ້ງທາງສັງຄົມ ແລະ ອົງ ການຈັດຕັ້ງທີ່ເຮັດວຽກຢູ່ໃນລະດັບທ້ອງຖີ່ນ (ລວມທັງ ອົງການຈັດຕັ້ງຂອງຄົນພິການ) ມີໂອກາດທີ່ຜັກດັນໃນການຊຸກຍູ້ການພັດທະນາທ້ອງຖິ່ນ, ຂອບເຂດການພັດທະນາລະດັບຊາດ ແລະ ການຕິດຕໍ່ສື່ ສານທີ່ສ້າງຂໍ້ສະເຫນີແນະຕ່າງໆສຳລັບບັນດາຜູ້ທີ່ສາມາດຕັດສິນໃຈ. ໂດຍທີ່ບໍ່ກ່ຽວຂ້ອງກັບລະດັບ ຫຼື ສະພາບການຕົວຈິງ, ໂຄງການເຮັດໃຫ້ປະກົດຜົນເປັນຈິງທັງໝົດໄດ້ຮ່ວມ ກັນແລກປ່ຽນ 4 ອົງປະກອບ ໃຫຍ່ຢ່າງກວ້າງຂວາງ: ວິທີການຂອງ ຫຼາຍພາກສ່ວນທີ່ ກ່ຽວຂ້ອງ ວິທີການເຮັດໃຫ້ປະກົດຜົນເປັນຈິງນໍາໃຊ້ວິທີການສ້າງເຄືອຂ່າຍຈາກຫຼາຍພາກ ສ່ວນທີ່ກ່ຽວຂ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໃນການເກັບຂໍ້ມູນ ແລະ ສ້າງບົດກໍລະນີສຶກສາທີ່ດີເພື່ອນໍາໃຊ້ໃນການຮຽນຮູ້ ແລະ ສົ່ງເສີມເຮັດໃຫ້ມີການປ່ຽນແປງ. ການປະຕິບັດທີ່ດີ ວິທີການເຮັດໃຫ້ປະກົດຜົນເປັນຈິງແມ່ນໄດ້ສຸມໃສ່ກໍານົດບັນດາເອກະສານ ແລະ ການວິເຄາະການນໍາໃຊ້ກໍລະນີສຶກສາການປະຕິບັດທີ່ດີ ເພື່ອໃຫ້ເຂົ້າໃຈສີ່ງທີ່ຕ້ອງການໃຫ້ມີການປ່ຽນແປງ. ຄົນພິການ ເປົ້າໝາຍວິທີການເຮັດໃຫ້ປະກົດຜົນເປັນຈິງເພື່ອຮັບປະກັນວ່າຄົນພິການໄດ້ຮັບການຢັ້ງຢືນກັບສິ່ງທີ່ເຂົາເຈົ້າເຮັດ ແລະ ອົງການຈັດຕັ້ງຂອງຄົນພິການໄດ້ ບົດ ບາດໃນຂະບວນການເຮັດໃຫ້ປະກົດຜົນເປັນຈິງ. ກິດຈະກໍາເຮັດໃຫ້ມີການປ່ຽນແປງ ວິທີການເຮັດໃຫ້ປະກົດຜົນເປັນຈິງສະໜັບສະໜູນຜູ້ຈັດຕັ້ງປະຕິບັດນໍາໃຊ້ການປະຕິບັດທີ່ດີ ແລະ ຄໍາແນະນໍາເພື່ອຜັກດັນເຮັດໃຫ້ມີການປ່ຽນແປງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ອົງການຈັດຕັ້ງຄົນພິການໃນການນໍາສະເໜີແຜນວຽກ ຂອງເຂົາເຈົ້າ. ເນື້ອໃນ ແລະ ຄວາມໝາຍຂອງ 4 ອົງປະກອບ ດັ່ງກ່າວແມ່ນຫຍັງ? ການເຮັດວຽກຮ່ວມກັນ ການລວບຕົວຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເພື່ອເປົ້າໝາຍດຽວໃນການເຮັດໃຫ້ມີການປ່ຽນແປງເພື່ອໃຫ້ຄົນພິການໄດ້ມີສ່ວນຮ່ວມ • ການເກັບກໍາການປະຕິບັດທີ່ດີ ກໍານົດເງື່ອນໄຂຮ່ວມກັນໂດຍຫຼາຍພາກສ່ວນທີ່ກ່ຽວຂ້ອງ • ການວິເຄາະບັນດາກໍລະນີສຶກສາການປະຕິບັດທີ່ດີ ເພື່ອເຂົ້າໃຈການປ່ຽນແປງທີ່ສໍາຄັນທີ່ສຸດ, ການປ່ຽນແປງທີ່ເກີດຂື້ນ ແລະ ວິທີການນໍາໃຊ້ໃນການຜັນຂະຫຍາຍ ຫຼື ຄວາມຍືນຍົງ • ຄົນພິການ ແລະ ຕົວແທນຂອງອົງການຈັດຕັ້ງຂອງຄົນພິການເປັນສູນກາງໃນຂະບວນການ, ຕົວຢ່າງ ຄົນພິການໄດ້ຮັບຮູ້ໜ້າວຽກສີ່ງທີ່ເຂົາເຈົ້າໄດ້ຈັດຕັ້ງປະຕິບັດ • ນໍາໃຊ້ຂໍ້ມູນຈາກການເກັບກໍາການປະຕິບັດທີ່ດີໃນການສ້າງກິດຈະກໍາເພື່ອເຮັດໃຫ້ມີການປ່ຽນແປງໂດຍອິງໃສ່ຕົວຢ່າງທີ່ກໍາລັງຈັດຕັ້ງປະຕິບັດທີ່ເປັນປະໂຫຍດກ່ຽວກັບສິດທິຂອງຄົນພິການ ວິທີການ/ຮູບການ ອີງຕາມວິທີການເຮັດໃຫ້ປະກົດຜົນເປັນຈິງ, ການຈັດຕັ້ງປະຕິບັດຂອງໂຄງການດັ່ງກ່າວໄດ້ປະຕິບັດຕາມ 5 ຂັ້ນຫຼັກຕອນທີ່ສຳຄັນຢູ່ໃນບົດລາຍງານນີ້: ການສ້າງຕັ້ງຄະນະກໍາມະການທີ່ປຶກສາຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ, ການປະເມີນສະຖານະການປະຈຸບັນຂອງຄົນພິການທີ່ກ່ຽວຂ້ອງກັບການເຂົ້າເຖິງຂໍ້ມູນຂ່າວສານ, ແຜນຍຸດທະສາດເພື່ອການປ່ຽນແປງ ແລະ ການກໍານົດເງື່ອນໄຂສໍາລັບການຄັດເລືອກຂອງການປະຕິບັດທີ່ດີ, ການກໍານົດເອົາການປະຕິບັດທີ່ດີທີ່ມີຢູ່ແລ້ວໃນທ້ອງຖິ່ນ, ແລະ ບັນດາການປະຕິບັດເພື່ອນຳໄປສູ່ການປ່ຽນແປງໄດ້. ຂັ້ນຕອນໜື່ງ: ການສ້າງຕັ້ງຂະບວນການຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະກໍາ ມະການທີ່ປຶກສາ ການອອກແບບນີ້, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາຂອງບັນດາຜູ້ໃຫ້ບໍລິ ການຊຸມຊົນແມ່ນມີຢູ່ 3 ກຸ່ມຫຼັກmujມີສ່ວນຮ່ວມທີ່ກ່ຽວຂ້ອງຊື່ງຈະຕ້ອງໄດ້ຮັບການພິຈາລະນາ: ຜູ້ໃຫ້ບໍ ລິການຕ່າງໆ, ອົງການຈັດຕັ້ງທາງສັງຄົມເປັນຜູ້ຊົມໃຊ້ການບໍລິການຕ່າງໆ ລວມທັງຄົນພິການ, ອົງການຈັດຕັ້ງຂອງຄົນພິການ ແລະ ອຳນາດການປົກຄອງ/ຜູ້ສ້າງນະໂຍບາຍ. ການອອກແບບແຜນ ວາດຂ້າງລຸ່ມນີ້ສະແດງໃຫ້ເຫັນການພົວພັນຕ່າງໆ, ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງ ແຕ່ລະກຸ່ມຫຼັກທີ່ມີສ່ວນຮ່ວມໃນຂະບວນການພັດທະນາ ແລະ ຂະບວນການໃຫ້ບໍລິການ. ການເຮັດໃຫ້ປະກົດຜົນເປັນຈິງ ໄດ້ຮັບຮອງເອົາ ວິທີການທີ່ມີສ່ວນຮ່ວມ ແລະ ວິທີການ ຮ່ວມມືຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຕາມທິດທາງຂອງໂຄງການລວມທັງການສ້າງ ຕັ້ງຄະນະກໍາມະການທີ່ປຶກສາຕາງຫນ້າຂອງ 3 ພາກສ່ວນທີ່ກ່ຽວຂ້ອງຕົ້ນຕໍເຊັ່ນ: ບັນດາອົງການ ຈັດຕັ້ງຂອງຄົນພິການ, ບັນດາກະຊວງ ແລະ ບັນດາຜູ້ປະກອບອາຊີບຕ່າງໆ. ຢູ່ໃນການພິຈາລະນາການພັດທະນາຂອງຄະນະກໍາມະການທີ່ປຶກສາແຫ່ງຊາດເພື່ອນໍາພາການຈັດຕັ້ງ ປະຕິບັດວຽກງານຂອງໂຄງການດັ່ງກ່າວ, ເປັນສິ່ງສໍາຄັນທີ່ຈະປະກອບເປັນຕົວແທນຂອງ 3 ກຸ່ມ ຜູ້ທີ່ມີສ່ວນຮ່ວມຫຼັກເຫຼົ່ານັ້ນຢ່າງເທົ່າທຽມກັນ. ຄະນະກໍາມະການທີ່ປຶກສາ ປະກອບມີຜູ້ຕາງ ຫນ້າຈາກບັນດາກະຊວງ, ຜູ້ສ້າງນະໂຍບາຍຕ່າງໆ, ບັນດາ ຜູ້ຕາງຫນ້າຂອງອົງການ ຈັດຕັ້ງຂອງຄົນພິການ ແລະ ຜູ້ຕາງຫນ້າຂອງຜູ້ໃຫ້ບໍລິການບໍລິການຕ່າງໆ. ຈຸດປະສົງຕົ້ນຕໍຂອງຄະນະກໍາມະການທີ່ປຶກສາແມ່ນ: 1. ເພື່ອສະຫນັບສະຫນູນຂະບວນການຂອງການກໍານົດ, ການຄັດເລືອກ ແລະ ການອະນຸມັດ ຂັ້ນສຸດທ້າຍຂອງຕົວຢ່າງຂອງການປະຕິບັດການທີ່ດີ; 2. ເພື່ອສະໜັບສະໜູນການພັດທະນາຂອງບັນດາຂໍ້ສະເຫນີແນະທາງດ້ານນະໂຍບາຍ ແລະ ການວາງແຜນການປະຕິບັດໂດຍອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດທີ່ດີທີ່ມີຢູ່ ແລ້ວ; 3. ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຕິດຕາມການຈັດຕັ້ງປະຕິບັດ ການພັດທະນາຕ່າງໆໂດຍອີງໃສ່ບົດຮຽນທີ່ດີ ຈາກການປະຕິບັດທີ່ມີຢູ່ແລ້ວ ແລະ ຜັນຂະຫຍາຍຂໍ້ສະເຫນີແນະທາງດ້ານນະໂຍບາຍຕ່າງໆ. ສະພາບການຂອງຄົນພິການ ໜື່ງໃນ 4 ຫຼັກການພື້ນຖານທີ່ສໍາຄັນລະບຸໄວ້ໃນສົນທິສັນຍາສະຫະປະຊາຊາດກ່ຽວກັບສິດທິຂອງຄົນພິ ການແມ່ນຫຼັກການຂອງການຈັດຕັ້ງປະຕິບັດທີ່ກ້າວຫນ້າ, ຊຶ່ງໝາຍຄວາມວ່າ ລັດຖະບານສາມາດຈັດ ຕັ້ງປະຕິບັດສົນທິສັນຍາໃນການປະເມີນເທື່ອລະກ້າວຢູ່ໃນເງື່ອນໄຂສິດທິທາງດ້ານເສດຖະກິດ, ສິດທິທາງສັງຄົມ ແລະ ສິດທິທາງດ້ານວັດທະນະທໍາ. ຫຼັກການນີ້ຮັບຮູ້ເຖີງສະພາບຄວາມເປັນຈິງຂອງການພັດທະນາແຕ່ລະບາດກ້າວແມ່ນເປັນເອກະລັກໂດຍສະເພາະດ້ານຊັບພະຍາກອນແມ່ນມີຈໍາກັດ, ການຈັດຕັ້ງປະຕິບັດຢ່າງເຕັມສ່ວນກ່ຽວກັບສົນທິສັນຍາສາກົນວ່າດ້ວຍສິດທິຂອງ ຄົນພິການ (CRPD) ຮຽກຮ້ອງໃຫ້ມີການລົງທຶນເຂົ້າໃນການປະຕິບັດຕາມຂັ້ນຕອນຕ່າງໆເທື່ອ ລະກ້າວ. ດ້ວຍເຫດນັ້ນ, ຈີ່ງເປັນຕ້ອງມີສໍາຫຼວດເບື້ອງຕົ້ນກ່ຽວກັບສະພາບການຂອງຄົນພິການທີ່ຢູ່ໃນ ເປົ້າໝາຍທີ່ໄດ້ກໍານົດໄວ້ ແລະ ຮັບເຖີງບັນຫາສີ່ງກີດຂວາງຕ່າງໆໃນການເຂົ້າເຖິງການ ບໍລິການໃນ ຂອງຄົນພິການປະຈຸບັນ (ເຊັ່ນ: ການເຂົ້າເຖິງຂໍ້ມູນຂ່າວສານ). ເຄື່ອງມືການປະເມີນສະພາບການສໍາລັບໂຄງການໄດ້ມີການພັດທະນາຂື້ນມາເພື່ອເກັບຂໍ້ ມູນກ່ຽວກັບສະພາບການຂອງຄົນພິການທີ່ກ່ຽວຂ້ອງກັບການເຂົ້າເຖິງຂໍ້ມູນຂ່າວສານ. ໃນລະຫວ່າງ ການປະເມີນສະຖານະການ, ທີມງານຈັດຕັ້ງປະຕິບັດໂຄງການ ໄດ້ພົບກັບຜູ້ຊົມໃຊ້ການບໍລິການ ຕ່າງໆ ລວມທັງການອົງການຈັດຕັ້ງຂອງຄົນພິການ ແລະ ບັນດາສະມາຄົມຊຸມຊົນທັງໃນ ລະດັບທ້ອງຖິ່ນ, ລະດັບຊາດ ແລະ ເອື້ອອຳນວຍໃນການຈັດກຸ່ມການສົນທະນາຮ່ວມກັບກຸ່ມເປົ້າໝາຍເພື່ອສໍາຫຼວດໃນຂອບເຂດ 4 ຄໍາຖາມຕົ້ນຕໍ: • ປະເພດຂອງຂໍ້ມູນຂ່າວສານອັນໃດແດ່ທີ່ທ່ານຕ້ອງການຮູ້ບໍ່? • ປະຈຸບັນທ່ານໄດ້ຮັບຂໍ້ມູນຂ່າວສານແນວໃດ? • ແມ່ນຫຍັງທີ່ເປັນຊ່ອງຫວ່າງທີ່ທ່ານປະເຊີນຢູ່ໃນປະຈຸບັນ? • ມີຕົວຢ່າງຂອງການປະຕິບັດການທີ່ດີອັນໃດແດ່ທີ່ທ່ານໄດ້ມີປະສົບການທີ່ກ່ຽວພັນກັບການເຂົ້າ ເຖິງຂໍ້ມູນຂ່າວສານ? ຂັ້ນຕອນສາມ: ແຜນຍຸດທະສາດເພື່ອໃຫ້ມີການປ່ຽນແປງ, ການກໍານົດເງື່ອນໄຂອັນສໍາຄັນໃນການ ຄັດເລືອກການປະຕິບັດທີ່ດີ ຂໍ້ມູນຂ່າວສານທີ່ໄດ້ເກັບກໍາໃນໄລຍະການປະເມີນສະພາບການເພື່ອໃຫ້ທີມຈັດຕັ້ງປະຕິບັດມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການດໍາລົງຊີວິດຂອງຄົນພິການຢູ່ໃນແຕ່ລະພາກຂອງປະເທດ (ເຊັ່ນ: ຢູ່ຕົວເມືອງ, ຢູ່ເຂດຊານເມືອງ, ຊົນນະບົດ) ທີ່ຂ້ອງກັບການເຂົ້າເຖິງຂໍ້ມູນຂ່າວສານ. ຜ່ານການວິເຄາະຂໍ້ມູນທີ່ໄດ້ເກັບກໍາມານັ້ນ, ທີມງານໄດ້ສາມາດເຂົ້າໃຈກ່ຽວກັບປະເພດຂອງຂໍ້ມູນຂ່າວ ສານທີ່ຄົນພິການສາມາດເຂົ້າເຖີງໄດ້ ແລະ ປະເພດຂໍ້ມູນຂ່າວສານທີ່ຄົນພິການທີ່ບໍ່ສາມາດເຂົ້າ ເຖິງໄດ້ສໍາລັບຄົນພິການ. ຈຸດສໍາຄັນເພື່ອກໍານົດເງື່ອນໄຂໃນການເລືອກເອົາ 5 ການປະຕິບັດທີ່ດີ ກ ເງື່ອນໄຂທີ່ກ່ຽວຂ້ອງກັບສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສິດທິຂອງຄົນພິການ (UNCRPD) ຂ ເງື່ອນໄຂທີ່ກ່ຽວຂ້ອງກັບສະພາບກົດໝາຍຂອງປະເທດ ຄ ເງື່ອນໄຂຂອງທ້ອງຖິ່ນ ກ. ເງື່ອນໄຂທີ່ກ່ຽວຂ້ອງກັບສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສິດທິຂອງຄົນພິການ (UNCRPD) ມາດຕາ 3: ຫຼັກການທົ່ວໄປ • ການເຄົາລົບກຽດສັກສີ ແລະ ອິດສະຫຼະພາບ • ບໍ່ມີການຈໍາແນກ • ການເຂົ້າຮ່ວມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ ແລະ ປະຖືກແບ່ງແຍກໃນສັງຄົມ • ການເຄົາລົບສຳລັບຄວາມແຕກຕ່າງກັນ ແລະ ການຍອມຮັບວ່າຄວາມພິການທີ່ເປັນສ່ວນຫນຶ່ງ ຂອງຄວາມຫຼາກຫຼາຍຂອງມະນຸດ ແລະ ຄວາມເປັນມະນຸດ • ຄວາມສະເຫມີພາບດ້ານໂອກາດ • ການເຂົ້າເຖີງ • ຄວາມສະເຫມີພາບລະຫວ່າງຍິງ ແລະ ຊາຍ • ການເຄົາລົບຕໍ່ຄວາມສາມາດທີ່ຂະຫຍາຍຕົວຂື້ນເລື້ອຍໆຂອງຄົນພິການ ແລະ ການເຄົາລົບສິດທິຂອງເດັກພິການເພື່ອຮັກສາລັກສະນະຈຸດພິເສດຂອງພວກເຂົາເຈົ້າ. ມາດຕາ 5: ຄວາມສະເຫມີພາບ ແລະ ການບໍ່ມີການຈໍາແນກ ມາດຕາ 8: ການສ້າງຈິດສໍານືກ ມາດຕາ 9: ການເຂົ້າເຖິງ ມາດຕາ 19: ການດໍາລົງຊີວິດຢ່າງເປັນອິດສະຫຼະ ແລະ ການມີສ່ວນຮ່ວມຢູ່ໃນຊຸມຊົນ ມາດຕາ 21: ສິດເສລີພາບໃນການສະແດງຄໍາຄິດຄໍາເຫັນ ແລະ ການເຂົ້າເຖິງ ຂໍ້ມູນຂ່າວສານ • ສິດເສລີພາບໃນການຊອກຫາ, ການໄດ້ຮັບ ແລະ ການແຈ້ງຂໍ້ມູນຂ່າວສານ • ສະໜອງຂໍ້ມູນຂ່າວສານໃຫ້ແກ່ສາທາລະນະທົ່ວໄປ ໃຫ້ແກ່ຄົນພິການແຕ່ລະປະເພດເຂົ້າເຖີງໄດ້ ແລະ ບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ • ການຮັບເອົາ ແລະ ການອໍານວຍຄວາມສະດວກໃນເພື່ອຜັນຂະຫຍາຍໃນການນໍາໃຊ້ພາສາມື, ອັກສອນນູນ, ທາງເລືອກໃນການສື່ສານ ແລະ ລວມທັງວິທີການເຂົ້າເຖິງດ້ວຍວິທີອື່ນໆ • ການຮັບຮູ້ ແລະ ສົ່ງເສີມການນໍາໃຊ້ພາສາມື. ມາດຕາ 24: ການສຶກສາ ມາດຕາ 26: ການຟື້ນຟູທາງດ້ານຈິດໃຈ ແລະ ການຟື້ນຟູສະມັດຕະພາບ ມາດຕາ 30: ການມີສ່ວນຮ່ວມໃນຊີວິດວັດທະນະທໍາ, ການພັກຜ່ອນ, ເວລາຫວ່າງ ແລະ ກິລາ ຂ. ກ່ຽວຂ້ອງກັບກົດໝາຍຂອງປະເທດ/ມາດຕາຕ່າງໆ: 1. ປະເທດກໍາປູເຈຍ ກໍາປູເຈຍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງຄົນພິການ (PPRPD) ໃນເດືອນ ກໍລະກົດ ປີ 2009. • ມາດຕາ 32: ກະຊວງທີ່ຮັບຜິດຊອບດ້ານຂໍ້ມູນຂ່າວສານຄວນຈະ, ບໍ່ມີຄ່າໃຊ້ຈ່າຍໃນການ ການເຜີຍແຜ່ຂໍ້ມູນ ຂ່າວສານຜ່ານສື່ຂອງລັດໃນການເຜີຍແຜ່ກ່ຽວກັບການເປັນພິການ ແລະ ສິດທິຂອງຄົນພິການໃນການສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈ ແລະ ໃຫ້ການຍອມຮັບສິດທິຂອງຄົນພິການ. • ມາດຕາ 44: ຄົນພິການທຸກຄົນມີສິດໃຊ້ສຽງໃນການເລືອກຕັ້ງຕາມຂໍ້ບັນຍັດຂອງລາຊະອານາຈັກ ແລະ ການນໍາໃຊ້ກົດໝາຍເລືອກຕັ້ງ. . • ມາດຕາ 45: ການໃສ່ຮ້າຍປ້າຍສີ ແລະ ການຕໍ່ຕ້ານຜູ້ສະໜັກເລືອກຕັ້ງທີ່ເປັນຄົນພິການຈະໄດ້ຮັບການລົງໂທດຕາມກົດໝາຍ 2. ສປປ ລາວ • ດໍາລັດວ່າດ້ວຍສິດທິຂອງຄົນພິການ (ຮ່າງດໍາລັດ) ພາກທີ II, ມາດຕາ 3, 10 ພາກທີ VIII, ມາດຕາ 28, 29 ແລະ 30 • ດໍາລັດວ່າດ້ວຍການສົ່ງເສີມການຟື້ນຟູຂອງຄົນພິການ (ກະຊວງສາທາລະນະສຸກ) • ແຜນວຽກໃນວັກທີ 15, 20, 23 ແລະ 35 ຂອງແຜນຍຸດທະສາດແຫ່ງຊາດ 2011-2015 ກ່ຽວກັບການສຶກສາຮຽນຮ່ວມ. • ແຜນຍຸດທະສາດຂອງສະມາຄົມພິການຫູກ່ຽວກັບການເຜີຍແຜ່ພາສາມືລາວໃຫ້ແກ່ພາກລັດ, ເອກະຊົນ, ອົງການທີ່ບໍ່ສັງກັດລັດ ແລະ ສັງຄົມ. . ຄ. ເງື່ອນໄຂຂອງທ້ອງຖິ່ນ: ທີ່ສໍາຄັນກໍ່ຄືທີມງານໄດ້ພົບພໍ້ເຖີງບັນຫາຫຼັກໃນປະຈຸບັນທີ່ມີຄວາມຈໍາກັດທາງດ້ານການ ເຂົ້າເຖິງຂໍ້ມູນຂ່າວສານສໍາລັບຄົນພິການ (ຕົວຢ່າງ: ຄົນຫູຫນວກແມ່ນບໍ່ສາມາດຮັບຟັງວິທະຍຸ ຫຼື ໂທລະພາບເພື່ອເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບຂ່າວແຫ່ງຊາດ). ເພື່ອກໍານົດການປະຕິບັດທີ່ດີໃນການຫຼຸດຜ່ອນບັນຫາທີ່ມີຢູ່ແລ້ວໃນການເຂົ້າເຖິງ ຂໍ້ມູນຂ່າວສານ ຂອງຄົນພິການ, ທີມງານໄດ້ຄັດເລືອກເອົາ 5 ເງື່ອນໄຂທີ່ສໍາຄັນ: ຄວາມາມາດທີ່ມີຢູ່, ການເຂົ້າເຖິງ, ຄວາມສາມາດທີ່ໃຫ້ໄດ້, ຄວາມສາມາດໃນການດັດປັບ ແລະ ຄວາມສາມາດໃນການຍອມຮັບ. ຄວາມາມາດ ທີ່ມີຢູ່ ການປະຕິບັດທີ່ດີທີ່ໆທີ່ດໍາເນີນຢູ່ຈະເຮັດໃຫ້ໃຫ້ການບໍລິການສະເພາະ ມີຫຼາຍຂື້ນສໍາລັບຄົນພິການ. ຍົກຕົວຢ່າງ: ຄວາມສາມາດໃນການຂະ ຫຍາຍຕົວຂອງຈໍານວນໂຮງຮຽນ ຮຽນຮ່ວມສໍາລັບເດັກນ້ອຍພິການ. ການເຂົ້າເຖີງ ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບການເຂົ້າເຖິງຈະມີຜົນກະທົບຕໍ່ການເຮັດ ໃຫ້ການບໍລິການສະເພາະໃດຫນຶ່ງສາມາດເຂົ້າເຖິງຄົນພິການ. ຍົກຕົວຢ່າງ: ສາມາດຮັບຮອງເອົາການດັດແປງການກໍ່ສ້າງອາຄານສະຖານທີ່ຕ່າງໆໃຫ້ທຸກຄົນ ທີ່ມີຄວາມບົກຜ່ອງທາງດ້ານຮ່າງກາຍສາມາດເຂົ້າເຖີງ ຄວາມສາມາດ ທີ່ໃຫ້ໄດ້ ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບຄວາມສາມາດທີ່ໃຫ້ໄດ້ຈະມີຜົນໃຫ້ ການບໍລິການສະເພາະໃດຫນຶ່ງທີ່ມີຢູ່ແລ້ວມີການໃຊ້ຈ່າຍທີ່ບໍ່ສູງບໍ່ວ່າຈະເປັນຜູ້ຊົມໃຊ້ ຫຼື ຜູ້ໃຫ້ບໍລິການ. ຍົກຕົວຢ່າງ: ຈະໄດ້ມີ ຄວາມສາມາດໃນການປະດິດສ້າງທາງດ້ານເຕັກໂນໂລຊີການສື່ສານ ຊື່ງເປັນຜົນທີ່ໄດ້ຮັບໃນການບໍລິການຜ່ານມາທີ່ມີຢູ່ແລ້ວ ໂດຍບໍ່ມີຄ່າໃຊ້ ຈ່າຍໃດໆຢູ່ໃນອິນເຕີເນັດ. ການດັດແປງ ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບການດັດແປງຈະມີຜົນກະທົບຕໍ່ການ ບໍລິການສະເພາະໃດຫນຶ່ງສາມາດເຂົ້າເຖິງຄົນພິການເປັນຈໍານວນ ກຫຼວງຫຼາຍ. ຍົກຕົວຢ່າງ: ມີຄວາມສາມາດທີ່ຈະອອກແບບອຸປະ ກອນຊ່ວຍເຫຼືອຄໍ້າຊູຕ່າງໆ ເຊັ່ນ: ລໍ້ເລື່ອນ ຫຼື ໄມ້ ຄໍ້າເທົ້າທີ່ພວກເຂົາ ເຈົ້າສາມາດດັດປັບໄດ້ໃຫ້ມີຄວາມເໝາະສົມຕາມລະດັບຄວາມສູງຂອງ ຜູ້ຊົມໃຊ້. ການຍອມຮັບ ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບການຍອມຮັບຈະສົ່ງຜົນກະທົບ ໃຫ້ຄົນພິການມີຄວາມເພີ່ງພໍໃຈຫຼາຍຂື້ນກັບປະສົບການຂອງການນໍາ ໃຊ້ການບໍລິການທີ່ມີຢູ່ແລ້ວ. ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບການຍອມ ຮັບແມ່ນມັກຈະຕິດພັນກັບທັດສະນະຄະຕິ ແລະ ຄວາມຮັບຮູ້ຂອງຜູ້ໃຫ້ ບໍລິການທີ່ກ່ຽວພັນກັບຄົນພິການ. ຂັ້ນຕອນສີ່: ການກຳນົດ ແລະ ເອກະສານຂອງການປະຕິບັດທີ່ດີ ເພື່ອກໍານົດການປະຕິບັດທີ່ດີໃນການເຂົ້າເຖິງຂໍ້ມູນຂ່າວສານ, ການປະຊຸມປຶກສາຫາລືຂອງກຸ່ມເປົ້າໝາຍໃນຊຸມຊົນໄດ້ດຳເນີນຮ່ວມກັບຄົນພິການທີ່ດໍາລົງຊີວິດຢູ່ໃນຕົວເມືອງ, ເຂດຊານເມືອງ ແລະ ຊົນນະບົດຂອງປະເທດ. ການເອົາໃຈໃສ່ສະເພາະການມີສ່ວນຮ່ວມ ຂອງຄົນພິການທຸກປະເພດພິ ການເຊັ່ນດຽວກັນກັບການພິຈາລະນາການມີສ່ວນຮ່ວມຂອງຜູ້ອາຍຸສູງ ແລະ ບົດບາດ-ຍິງຊາຍ. ປະຕິບັດຕາມກອງປະຊຸມປຶກສາຫາລືຂອງກຸ່ມເປົ້າໝາຍຊຸມຊົນ, ການປະຕິບັດທີ່ດີ 5 ຈຸດທີ່ສໍາຄັນ ກໍ່ໄດ້ຖືກກໍານົດ. ການວິເຄາະການປະຕິບັດທີ່ດີທີ່ໄດ້ກໍານົດໄວ້ກໍ່ໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານ ການສໍາພາດ, ການສັງເກດ ແລະ ການເກັບກໍາຂໍ້ມູນກັບຜູ້ໃຫ້ບໍລິການບໍລິການຕ່າງໆ (ເຊັ່ນ: ບັນດາອົງການຈັດຕັ້ງຂອງຄົນພິການ, ອົງການຈັດຕັ້ງສື່ມວນຊົນ) ແລະ ຜູ້ຊົມໃຊ້ການບໍລິການ (ເຊັ່ນ: ຄົນພິການ) ຂັ້ນຕອນຫ້າ: ກິດຈະກໍາຕ່າງໆເພື່ອນຳໄປສູ່ການປ່ຽນແປງ • ໃນຂັ້ນຕອນຂອງ “ແຜນຍຸດທະສາດເພື່ອການປ່ຽນແປງ" 10 ບູລິມະສິດໄດ້ຖືກກໍານົດຂື້ນມາ, 10 ການປ່ຽນແປງອີງຕາມ 10 ການປະຕິບັດທີ່ດີເປັນເຄື່ອງມືໂດຍອີງໃສ່ຫຼັກຖານເພື່ອສະ ຫນັບສະຫນູນກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ. • ການປະຕິບັດເຫຼົ່ານີ້ແມ່ນໄດ້ນໍາສະເຫນີຢູ່ໃນຫົວຂໍ້ "ຂໍ້ສະເຫນີແນະ" ຂອງແຕ່ລະການປະ ຕິບັດທີ່ດີທີ່ພວກເຮົາໄດ້ນໍາສະເຫນີໃນບົດກໍລະນີສຶກສານີ້. ຫຼັກຖານການສະໜັບສະໜູນແມ່ນຂະບວນການໜື່ງທີ່ມີ 5 ຂັ້ນຕອນຢູ່ໃນວົງຈອນຂອງການປະ ຕິບັດທີ່ດີ. ແຜນຍຸດທະສາດການສະໜັບສະໜູນແມ່ນວົງຈອນໃຫ້ການປຶກສາຫາລືຈາກບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງທີ່ມີປະສົບການເພື່ອໃຫ້ມີການແລກປ່ຽນ ແລະ ປັບປຸງການຈັດຕັ້ງປະຕິບັດກ່ຽວກັບສີດທິຂອງຄົນພິການ *III. ຄວາມພິການເປັນຫົວຂໍ້ນື່ງກ່ຽວກັບສິດທິມະນຸດ ສົນທິສັນຍາສາກົນວ່າດວ້ຍສິດທິຂອງຄົນພິການ ແລະ ອະນຸສັນຍາໄດ້ມີການຮັບຮອງເອົາໃນວັນທີ 13 ທັນວາ, ປີ 2006 ທີ່ຫ້ອງການໃຫ່ຍອົງການສະຫະປະຊາຊາດທີ່ ນະຄອນນີວຢອກ ແລະ ໄດ້ເປີດລົງນາມໃນວັນທີ 30 ມີນາ, ປີ 2007. ໄດ້ມີການລົງນາມ 82 ພາຄີຂອງສົນທິສັນຍາ, 44 ພາຄີຂອງອະນຸສັນຍາ ແລະ 1 ສະຕາຍາບັນຂອງສົນທິສັນຍາ. ນີ້ແມ່ນຈໍານວນຕົວເລກທີ່ສູງສຸດໃນການລົງນາມພາຄີໃນມື້ເປີດສົນທິສັນຍາຂອງອົງການສະຫະປະຊາຊາດ. ມັນເປັນສົນທິສັນຍາສິດທິມະນຸດທໍາອິດທີ່ສົມບູນແບບໃນສະຕະຫວັດທີ 21 ແລະ ເປັນສົນທິສັນຍາສິດທິມະນຸດເປີດການລົງນາມໂດຍອົງການຈັດຕັ້ງທີ່ເຊື່ອມໂຍງໃນລະດັບພາກພື້ນ. ສົນທິສັນຍາສະບັບນີ້ມີຜົນບັງຄັບໃຊ້ໃນວັນທີ 3 ມິນາ, ປີ 2008. ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ “ມາດຕາ 21 ສິດເສລີພາບໃນການສະແດງຄວາມຄິດຄຳເຫັນ, ການມີຄໍາເຫັນ ແລະ ການ ເຂົ້າເຖິງຂໍ້ມູນຂ່າວສານ ບັນດາລັດພາຄີຈະຕ້ອງໃຊ້ມາດຕະການທີ່ເຫມາະສົມເພື່ອຮັບປະກັນວ່າຄົນພິການສາມາດນໍາໃຊ້ສິດທິເສລີພາບໃນການສະແດງອອກແລະຄວາມຄິດຄຳເຫັນ, ລວມທັງສິດເສລີພາບໃນການຊອກຫາສະແຫວງຫາໃນການໄດ້ຮັບແລະ ການແຈ້ງຂໍ້ມູນຂ່າວສານ ແລະ ແນວຄວາມຄິດບົນພື້ນຖານຄວາມສະເໜີພາບເທົ່າທຽມກັບຄົນອື່ນໆແລະໂດຍຜ່ານ ທຸກໆຮູບແບບຂອງການສື່ສານ ການສືສານທີ່ເຂົາເຈົ້າເລືອກ, ຊື່ງກໍານົດໄວ້ຢູ່ໃນມາດຕາ 2 ຂອງສົນທິສັນຍາປະຈຸບັນ, ໃນນັ້ນປະກອບດ້ວຍ: ກ) ການສະຫນອງຂໍ້ມູນຂ່າວສານສໍາລັບປະຊາຊົນທົ່ວໄປໃຫ້ແກ່ຄົນພິການໃນຮູບແບບທີ່ສາມາດເຂົ້າ ເຖິງແລະເຕັກໂນໂລຊີທີ່ເຫມາະສົມກັບຄວາມເປັນພິການແຕ່ລະປະເພດຄ ຖືກຕາມກາ ລະເວລາ ແລະ ບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ; ຂ) ການຮັບຮອງເອົາແລະ ການອໍານວຍຄວາມສະດວກໃຫ້ຄົນພິການນໍາໃຊ້ພາສາມື, ອັກສອນນູນ, ດ້ານການສື່ສານແບບມີການເພີ້ມ ແລະ ວິທີການ, ແບບວິທີ ແລະຮູບແບບອື່ນໆຂອງການສື່ສານທີ່ເຂົາເຈົ້າເລືອກໃຊ້ໃນທາງລັດຖະການ; ຄ) ຮຽກຮອ້ງໃຫ້ພາກເອກະຊົນຊື່ງສະໜອງການບໍລິການໃຫ້ແກ່ມະຫາຊົນທົ່ວໄປ, ລວມທັງການນໍາໃຊ້ ຜ່ານອິນເຕີເນັດ, ໃຫ້ສະໜອງຂໍ້ມູນຂ່າວສານ ແລະ ການບໍລິການຕ່າງໆທີ່ຄົນພິການສາມາດເຂົ້າເຖີງ ແລະ ນໍາໃຊ້ໄດ້; ງ) ຊຸກຍູ້ສື່ມວນຊົນ, ລວມທັງຜູ່ສະໜອງຂໍ້ມູນຂ່າວສານໂດຍຜ່ານອິນເຕີເນັດ, ເຮັດໃຫ້ການບໍລິການ ຂອງເຂົາເຈົ້າເຂົ້າເຖິງໄດ້ໂດຍຄົນພິການ; ຈ) ການຮັບຮູ້ການສົ່ງເສີມການນໍາໃຊ້ພາສາມື." *IV ຕົວຫຍໍ້ ABC ສະມາຄົມຄົນຕາບອດຢູ່ປະເທດກຳປູເຈຍ APCD ສູນພັດທະນາ ຄົນພິການ ອາເຊຍ-ປາຊີຟິກ AFD ສະມາຄົມຄົນຫູໜວກຢູ່ ສປປ ລາວ CBR ການຟື້ນຟູຄົນພິການຂັ້ນພື້ນຖານຊຸມຊົນ CDPO ອົງການຈັດຕັ້ງຄົນພິການກຳປູເຈຍ DEW ຄວາມພິການແລະ ວຽກງານການເລືອກຕັ້ງ DDP ໂຄງການພັດທະນາຄົນຫູໜວກ DPO ອົງການຈັດຕັ້ງຄົນພິການ DRET ການຝຶກອົບຮົມກ່ຽວກັບສິດ ແລະ ຄວາມສະເໝີພາບຂອງຄົນພິການ HI ອົງການສາກົນເພື່ອຄົນພິການ IEC ຂໍ້ມູນຂ່າວສານ, ການສຶກສາ ແລະ ການສື່ສານ LAB ສະມາຄົມຄົນຕາບອດ KT ອົງການຄຣູສາຣ ເມ LDPA ສະມາຄົມຄົນພິການແຫ່ງຊາດລາວ NCDE ກອງເລຂາຄະນະກໍາມະການແຫ່ງຊາດເພື່ອຄົນພິການ ແລະຜູ້ອາຍຸສູງ NEC ຄະນະກຳມະທິການເລືອກຕັ້ງແຫ່ງຊາດ NECTEC ສູນກາງເອເລັກໂຕຣນິກແລະເຕັກໂນໂລຊີຄອມພິວເຕີແຫ່ງຊາດ NGO ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ NRC ສູນຟື້ນຟູຄົນພິການແຫ່ງຊາດ MIW ການເຮັດໃຫ້ປະກົົດຜົນເປັນຈິງ PWD ຄົນພິການ SHG ກຸ່ມຊ່ວຍເຫຼືອຕົນເອງ TAB ສະມາຄົມຄົນຕາບອດປະເທດໄທ TVK ໂທລະພາບແຫ່ງຊາດຂອງປະເທດກຳປູເຈຍ CRPD ສົນທິສັນຍາສາກົນວ່າດ້ວຍສິດທິຂອງຄົນພິການ *V. แทนด้วย ภาษาลาวของ LAB ข้างบนอ่ะค่ะ #ການເຂົ້າເຖິງລາຍການຕ່າງໆທາງໂທລະພາບ ດ້ວຍການແປພາສາມື ຢູ່ທີ່ປະເທດກຳປູເຈຍ ໃນໄລຍະຜ່ານມາຄົນທີ່ເປັນຄົນຫູໜວກຈໍານວນຫຼາຍ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນຢູ່ໃນ ປະເທດກໍາປູເຈຍມີຂໍ້ໃນການເຂົ້າເຖິງຂໍ້ມູນທົ່ວໄປ. ປະຈຸບັນ, ພວກເຂົາເຈົ້າໄດ້ມີການເຂົ້າເຖິງຂໍ້ມູນ ຂ່າວສານຫຼາຍຂື້ນ ໂດຍຜ່ານການມີສ່ວນຮ່ວມຂອງການແປພາສາມືຢູ່ໃນບັນດາລາຍການໂທລະພາບ ບາງຊ່ອງ. ຢູ່ໃນບັນດາ 10 ຊ່ອງໂທລະພາບທີ່ດຳເນີນຢູ່ໃນປະຈຸບັນ ຢູ່ປະເທດກໍາປູເຈຍ, ມີໂທລະພາບ 2 ຊ່ອງ, ທີ່ມີຊື່ວ່າ: ໂທລະພາບແຫ່ງຊາດຂອງກໍາປູເຈຍ (TVK) ແລະ ບາຢົນ (Bayon TV), ໄດ້ສະ ໜອງການແປພາສາມືເຂົ້າໃນລາຍການອອກອາກາດໂທລະພາບບາງລາຍການໃນຂອບເຂດທົ່ວປະ ເທດ. ໂທລະພາບແຫ່ງຊາດຂອງກໍາປູເຈຍ (TVK) ໄດ້ເລີ່ມເອົາການແປພາສາມືຕັ້ງແຕ່ເດືອນ ມັງກອນ, ປີ 2006, ໂດຍການປະຕິບັດຕາມຄໍາສັ່ງຂອງກະຊວງຖະແຫຼງຂ່າວຂອງປະເທດກໍາປູເຈຍ ເພື່ອສະ ໜອງຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານສໍາລັບຄົນພິການ, ໂດຍສະເພາະແລ້ວແມ່ນຄົນຫູ ໜວກ. ການແປພາສາມືແມ່ນມີຢູ່ໃນບັນດາລາຍການຂ່າວປະຈໍາອາທິດ ແລະ ບັນດາລາຍການຂ່າວ ສະຫຼຸບສັງລວມຕ່າງໆຂອງແຕ່ລະປີ. ຍິ່ງໄປກວ່ານັ້ນ, ການແປພາສາມືກໍ່ຍັງໄດ້ຮັບການສະໜັບສະ ໜູນການອອກອາກາດທາງໂທລະພາບ ເຊັ່ນ: ການຄວບຄຸມເອົາການເລືອກຕັ້ງແຫ່ງຊາດ ແລະ ກອງປະຊຸມປຶກສາຫາລືໂຕະມົນ ກ່ຽວກັບບັນຫາທີ່ຮີບດ່ວນ ແລະ ຄວາມກັງວົນຕ່າງໆທັງປວງ. ຕັ້ງແຕ່ຕົ້ນ ປີ 2008 ການແປພາສາມືໄດ້ຖືກລວມເຂົ້າຢູ່ໃນລາຍການຕ່າງໆທາງໂທລະພາບບາງລາຍ ການໂດຍຊ່ອງໂທລະພາບບາຢົນ (Bayon TV). ສ່ວນໃຫຍ່ແລ້ວແມ່ນກວມເອົາຂ່າວກ່ຽວກັບກິດຈະ ກໍາຕ່າງໆຂອງລັດຖະບານ ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ເຊັ່ນດຽວກັນກັບ ກິດຈະກໍາຕ່າງໆພິເສດບາງຢ່າງ. ທີ່ໄດ້ອອກອາກາດຢູ່ 4 ຄັ້ງຕໍ່ວັນໃນວັນລາຊະການ ແລະ ວັນເສົາ ແລະ ສອງຄັ້ງຕໍ່ມື້ໃນວັນອາທິດ. ໂທລະພາບແຫ່ງຊາດຂອງກໍາປູເຈຍ (TVK) ແລະ ຊ່ອງໂທລະພາບບາຢົນ (Bayon TV) ທັງສອງຊ່ອງ ແມ່ນໄດ້ມີການຮ່ວມມືກັບໂຄງການພັດທະນາຄົນຫູໜວກ ແລະ ໂຄງການຄຣູສາຣ໌ເມ (Krusar Thmey), ເຊິ່ງທັງສອງໄດ້ມີຄວາມຊໍານິສຳນານກ່ຽວກັບການແປພາສາມືສຳລັບລາຍການຕ່າງໆທາງໂທລະພາບ . ທ່ານ ຢາດທ໌ ວີລາ, ເປັນນັກສຶກສາຄົນຫູໜວກຜູ້ໜຶ່ງທີ່ຮຽນຢູ່ໃນໂຄງການພັດທະນາຄົນຫູໜວກໄດ້ ກ່າວວ່າ: "ອາຈານສອນພາສາມືຂອງຂ້າພະເຈົ້າໄດ້ບອກໃຫ້ຂ້າພະເຈົ້າຮູ້ວ່າ ປະຈຸບັນນີ້ມີຊ່ອງໂທລະ ພາບແຫ່ງຊາດຂອງກໍາປູເຈຍ (TVK) ແລະ ໂທລະພາບບາຢົນ (Bayon TV) ສະໜອງການ ແປພາສາມືເຂົ້າໃນລາຍການຕ່າງໆທາງໂທລະພາບ. ຂ້າພະເຈົ້າສາມາດຮຽນຮູ້ກ່ຽວກັບບັນຫາຕ່າງໆ ໃນປະຈຸບັນ ແລະ ຄວາມກັງວົນອື່ນໆຢູ່ໃນສັງຄົມຂອງພວກເຮົາ. ການເບິ່ງໂທລະພາບແມ່ນເປັນສິ່ງ ທີ່ໜ້າສົນໃຈສຳລັບຂ້າພະເຈົ້າ." "ຂ້າພະເຈົ້າໄດ້ຮັບຮູ້ວ່າທັງ 2 ຊ່ອງໄດ້ມີການແປພາສາມືຢູ່ໃນລາຍການຕ່າງໆຂອງເຂົາເຈົ້າ. ຂ້າພະ ເຈົ້າເບິ່ງລາຍການໂທລະພາບ ແລະ ປາຖະໜາຢາກໃຫ້ຊ່ອງໂທລະພາບອື່ນໆນໍາເອົາການແປພາສາ ມືເຊັ່ນດຽວກັນ,ໂດຍສະເພາະແມ່ນຂ່າວກິລາອື່ນໆເຊັ່ນ: ເຕະບານ ແລະ ຊົກມວຍ. ຂ້າພະເຈົ້າຢາກໃຫ້ມີການຂຽນຄໍາສັບ ຫຼື ປະໂຫຍກສຳຮອງຕ່າງໆໃສ່ໃນຮູບເງົາທັງໝົດ," ທ່ານ ໂຊກ ກໍຣ໌, ເປັນນັກສຶກສາຄົນຫູໜວກຄົນໜຶ່ງທີ່ຮຽນຢູ່ຄຣູສາຣ໌ເມ (Krousar Thmey) ໄດ້ກ່າວວ່າ. ທ່ານ ນາງ ວົງຈັນ, ອາຈານສອນຄົນຫູໜວກ ຢູ່ໂຮງຮຽນຄຣູສາຣ໌ເມ (Krousar Thmey), ໄດ້ ກ່າວວ່າ "ຢູ່ໃນໂຮງຮຽນຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນລາຍການໂທລະພາບຕ່າງໆທີ່ມີການແປ ພາສາມືເປັນຄັ້ງທໍາອິດ. ຊ່ອງໂທລະພາບແຫ່ງຊາດຂອງກໍາປູເຈຍ (TVK) ເປັນຊ່ອງທໍາອິດທີ່ຂ້າພະ ເຈົ້າໄດ້ເບິ່ງຂ່າວພາຍໃນປະເທດ ແລະ ຂ່າວຕ່າງປະເທດທີ່ມີການແປພາສາມື. ຂ້າພະເຈົ້າເຂົ້າໃຈໃນສິ່ງທີ່ໄດ້ເກີດຂຶ້ນຢ່າງແທ້ຈິງ, ລວມທັງຂ່າວອຸປະຕິເຫດທີ່ເກີດຂື້ນທາງການຈະລາຈອນ, ຂ່າວນ້ຳຖວ້ມ ແລະ ຂ່າວໄພພິບັດອື່ນໆ, ຂ່າວການເລືອກຕັ້ງ ແລະ ຂ່າວກ່ຽວກັບກອງປະຊຸມລັດຖະມົນ ຕີຕ່າງໆ. ປີກ່ອນບໍ່ມີການແປພາສາມືຢູ່ໂທລະພາບ, ຂ້າພະເຈົ້າບໍ່ສາມາດ ເຂົ້າໃຈຫຍັງເລີຍແມ່ນກະທັ້ງແຕ່ຮູບພາບຕ່າງໆຢູ່ໜ້າຈໍ. ປັດຈຸບັນນີ້ຂ້າພະເຈົ້າເຂົ້າໃຈດີກ່ຽວກັບສິ່ງທີ່ເກີດຂຶ້ນຢູ່ໃນສັງຄົມ ຂອງພວກເຮົາ." “ໃນຂະນະນີ້, ຂ້າພະເຈົ້າມັກເບິ່ງຊ່ອງໂທລະພາບບາຢົນ (Bayon TV) ຫຼາຍຂື້ນ. ຂ້າພະເຈົ້າບໍ່ຄອ່ຍມັກເບິ່ງຊອງໂທລະພາບແຫ່ງຊາດກຳປູເຈຍ (TVK) ເນື່ອງຈາກວ່າ ລາຍການຂ່າວຂອງພວກເຂົາເຈົ້າອອກອາກາດເວລາ 10 ໂມງກາງຄືນ, ເຊິ່ງເປັນເວລາເດິກເກີນໄປສຳລັບຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າການແປພາສາມືຈະໄດ້ລວມເຂົ້າຢູ່ໃນລາຍການຕ່າງໆຂອງທຸກໆຊ່ອງ,” ຈັນ ໄດ້ກ່າວວ່າ. ທ່ານ ອ້ຽງ ຣິດທິ, ພິທີກອນຂອງເຄືອຂ່າຍວິທະຍຸ ແລະ ເຄືອຂ່າຍໂທລະພາບ, ໄດ້ກ່າວວ່າ “ຊ່ອງໂທ ລະພາບ ບາຢົນ (Bayon TV) ໄດ້ສະໜອງການແປພາສາມືຢູ່ໃນລາຍການຂ່າວຕ່າງໆທັງຂ່າວພາຍໃນ ແລະ ຂ່າວຕ່າງປະເທດ ເພື່ອໃຫ້ໄປຮອດໄປເຖິງບັນດາຄົນພິການ ແລະ ທັງເປັນການປູກຈິດສຳນຶກໃຫ້ແກ່ທົ່ວປວງຊົນໂດຍທົ່ວໄປເຊັ່ນດຽວກັນ. ໂດຍອິງຕາມນະໂຍບາຍຂອງລັດຖະບານ ກ່ຽວກັບການເຂົ້າເຖິງຂໍ້ມູນຂ່າວສານ.” ທ່ານ ອ້ຽງ ໄດ້ກ່າວຕື່ມກັນວ່າ “ຊ່ອງໂທລະພາບບາຢົນ Bayon TV ສາມາດເປັນຕົວແບບທີ່ດີສຳລັບບັນດາໂທລະພາບຊ່ອງອື່ນໆ. ພວກເຮົາມີຄວາມພູມໃຈ ເພື່ອສະໜັບສະໜູນການປູກຈິດສຳນຶກກ່ຽວກັບ ຄວາມຕ້ອງການອັນທີ່ຈຳເປັນຂອງບັນດາຜູ້ຄົນທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນຜູ້ທີ່ມີຄວາມຕ້ອງການໃນການເຂົ້າເຖິງຂໍ້ມູນຂ່າວສານ.” ຕາມຄວາມເປັນຈິງ, ລັດຖະບານກຳປູເຈຍໄດ້ຮັບຮອງກົດໝາຍກ່ຽວກັບການປົກປ້ອງ ແລະ ການສົ່ງເສີມກ່ຽວກັບສິດທິຂອງຄົນພິການ ໃນເດືອນມັງກອນ ປີ 2009. ອິງຕາມມາດຕາທີ 32, “ກະຊວງຖະແຫຼງຂ່າວທີ່ຮັບຜິດຊອບຄວນຈະໃຫ້ການບໍລິການໂດຍທີ່ບໍ່ມີຄ່າໃຊ້ຈ່າຍ, ການເຜີຍແຜ່ຂໍ້ມູນຂ່າວສານໂດຍຜ່ານການດຳເນີນການສື່ສານມວນຊົນຂອງລັດຖະບານເພື່ອສ້າງຄວາມຮັບຮູ້ໃຫ້ແກ່ ສາທາລະນະ ກ່ຽວກັບຄວາມພິການ ແລະ ສິດທິຂອງຄົນພິການ ເພື່ອສ້າງຄວາມສະມັກຄີ, ຄວາມເຂົ້າໃຈ ແລະ ຄວາມສອດຄ່ອງກັບສິດທິຂອງຄົນພິການ. ເຄືອຂ່າຍສື່ເອກກະຊົນຄວນຈະໄດ້ມີການສົ່ງເສີມລາຍການພິເສດໃນການປະກອບສ່ວນຢ່າງຈິງຈັງເພື່ອສົ່ງເສີມກິດຈະກຳຕ່າງໆຂ້າງເທີງເຫຼົ່ານັ້ນ.” ເຊັ່ນວ່ານະໂຍບາຍໄດ້ຊ່ວຍໃຫ້ໂອກາດຕ່າງໆສຳລັບສື່ມວນຊົນໃນການພິຈາລະນາຄວາມສຳຄັນຂອງການເຂົ້າເຖິງຂໍ້ມູນຂ່າວສານສຳລັບທຸກໆຄົນຢູ່ໃນປະເທດກຳປູເຈຍ. ໃນເວລາດຽວກັນ, ສິ່ງທ້າທາຍຢູ່ປະເທດກຳປູເຈຍແມ່ນການເພີ່ມຈຳນວນຂອງການຝຶກອົບຮົມໃຫ້ແກ່ນາຍແປພາສາມືເພື່ອຕອບຮັບ ຄວາມຕ້ອງການຈາກສື່ມວນຊົນ. ມັນແມ່ນຄວາມປາດຖະໜາຂອງຄົນທີ່ເປັນຄົນຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນຢູ່ໃນປະເທດກຳປູເຈຍ ທີ່ຢາກໃຫ້ໂທລະພາບທັງ 8 ຊ່ອງເອົາການແປພາສາມືເຂົ້າໃນລາຍການຕ່າງໆຂອງພວກເຂົາເຈົ້າໂດຍການຮ່ວມມືກັບອົງການຈັດຕັ້ງຕ່າງໆຂອງຄົນຫູໜວກ. ຈັນ ໄດ້ກ່າວວ່າ, “ຖ້າຫາກວ່າພວກເຮົາມີໂອກາດຫຼາຍຂື້ນໃນການເຂົ້າເຖິງຂໍ້ມູນຂ່າວສານ, ບັນດາຄົນຫູໜວກທັງຫຼາຍຈະສາມາດເຮັດໄດ້ຫຼາຍຢ່າງກວ່ານີ້.” ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ຈັດກອງປະຊຸມຮ່ວມກັບກະຊວງຖະແຫຼງຂ່າວ ເພື່ອປຶກສາຫາລືໃນຫົວຂໍ້ປຣາກາດສ໌ (ການເຜີຍແຜ່) ກ່ຽວກັບການມີສ່ວນຂອງພາສາມືສຳລັບທຸກໆຊ່ອງໂທລະພາບ. #ໂຄງການຝຶກອົບຮົມພາສາມືສຳລັບຄົນຫູໜວກຢູ່ທີ່ປະເທດກຳປູເຈຍ 10 ປີທີ່ຜ່ານມານີ້ 2 ອົງການຈັດຕັ້ງຫຼັກທີ່ເຮັດວຽກກ່ຽວກັບບັນຫາຄົນຫູໜວກ ຢູ່ ປະເທດ ກໍາປູເຈຍ, ຄື: ອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດທະນາຄົນຫູໜວກ ໄດ້ມີການ ຮ່ວມມືຢ່າງໃກ້ຊິດ ເພື່ອຈັດຕັ້ງໂຄງການຝຶກອົບຮົມພາສາມື ສໍາລັບຄົນຫູໜວກ ຢູ່ ທີ່ປະເທດກໍາປູເຈຍ. ຊ່ວງໄລຍະກ່ອນຈະມີການພັດທະນາ, ສະພາບການຂອງຄົນຫູໜວກ ຢູ່ໃນປະເທດກໍາປູເຈຍແມ່ນແຕກຕ່າງກັນ. ຄົນຫູໜວກບໍ່ສາມາດຕິດຕໍ່ສື່ສານໄດ້ສະດວກກັບຄອບຄົວ ແລະ ກັບຄົນອື່ນໆ ຢູ່ໃນຊຸມຊົນດຽວກັນກັບຂອງພວກເຂົາເຈົ້າ, ເພາະວ່າບໍ່ມີໂຄງການຝຶກອົບຮົມການນຳໃຊ້ພາສາມືຢູ່ໃນ ປະເທດກໍາປູເຈຍ. ຄົນຫູໜວກ ແລະ ຄົນທົ່ວໄປບໍ່ມີວິທີການຕິດຕໍ່ສື່ສານເຊິ່ງກັນ ແລະ ກັນ, ພຽງແຕ່ການສະແດງທ່າທາງດ້ວຍມື ແລະ ດ້ວຍຮ່າງກາຍ. ຊີວິດທາງສັງຄົມຂອງຄົນຫູໜວກ ໄດ້ຖືກຈໍາກັດ ແລະ ພວກເຂົາເຈົ້າຖືກຈໍາແນກຈາກຄົນທົ່ວໄປ ແລະ ບໍ່ໄດ້ຮັບການປະຕິບັດທີ່ດີໂດຍເທົ່າທຽມກັບຄົນອື່ນ. ໂຄງການຝຶກອົບຮົມພາສາມືຂັ້ນພື້ນຖານໂດຍທັງ 2 ອົງການຈັດຕັ້ງ, ໄດ້ເຮັດໃຫ້ຄວາມເຊື່ອໝັ້ນ ຕົນເອງຂອງຄົນຫູໜວກແມ່ນໄດ້ເພີ່ມຂຶ້ນ. ຊີວິດທາງສັງຄົມຂອງ ພວກເຂົາເຈົ້າໄດ້ກາຍເປັນສິ່ງ ທີ່ໜ້າສົນໃຈຫຼາຍເພາະວ່າພວກເຂົາເຈົ້າໄດ້ຮຽນຮູ້ສິ່ງໃໝ່ໆ ແລະ ກາຍເປັນຜູ້ທີ່ມີສ່ວນຮ່ວມໃນ ຊີວິດສັງຄົມ, ລວມທັງການມີສ່ວນຮ່ວມທາງເຄືອຂ່າຍສັງຄົມອອນໄລນ໌. ທ່ານ ນາງ ທູນ ຣັກສະໝີ, ເປັນນັກສຶກສາຄົນຫູໜວກ ຢູ່ທີ່ໂຮງຮຽນຂອງອົງການຄຣູສາຣ໌ເມ (Krousar Thmey) ໄດ້ກ່າວວ່າ "ຂ້າພະເຈົ້າ ໄດ້ເຂົ້າຮ່ວມໃນຫ້ອງຮຽນເປັນຄັ້ງທໍາອິດເມື່ອ ເວລາ ທີ່ຂ້າພະເຈົ້າມີອາຍຸໄດ້ 11 ປີ ແລະ ກໍ່ໄດ້ຢຸດການຮຽນ. ປັດຈຸບັນນີ້ ຂ້າພະເຈົ້າມີອາຍຸ 22 ປີ ແລະ ຍັງສືບຕໍ່ເຂົ້າໂຮງຮຽນ ຢູ່ຊັ້ນຮຽນທີ 12. ຂ້າພະເຈົ້າດີໃຈຫຼາຍ ເນື່ອງຈາກວ່າປັດຈຸບັນນີ້ ສາມາດຕິດຕໍ່ສື່ສານກັບໝູ່ເພື່ອນຮ່ວມຫ້ອງຮຽນ ແລະ ກັບຄົນອື່ນໆ. ສາມາດເວົ້າໄດ້ເລີຍວ່າ ຊີວິດຂອງຂ້າພະເຈົ້າໄດ້ມີການປ່ຽນແປງ. ສາມາດເຂົ້າໃຈພາສາມື ແລະ ສາມາດຮຽນຮູ້ພາສາ ອັງກິດ ແລະ ວັນນະຄະດີເປັນພາສາຂະແມ. ຂ້າພະເຈົ້າສາມາດຕິດຕໍ່ສື່ສານກັບ “ໝູ່ເພື່ອນໃນສັງຄົມ. ຂ້າພະເຈົ້າໄດ້ເຂົ້າຮ່ວມການຝຶກອົບຮົມໄລຍະສັ້ນກ່ຽວກັບການເພີ່ມທັກສະຢູ່ ທີ່ໂຮງຮຽນຂອງ ອົງການ ຄຣູສາຣ໌ເມ (Krousar Thmey)." "ປັດຈຸບັນນີ້ ຂ້າພະເຈົ້າສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການສຶກສາ, ການດູແລຮັກສາສຸຂະ ພາບ, ການພັດທະນາຊຸມຊົນ ແລະ ການເລືອກຕັ້ງໄດ້. ໃນອະນາຄົດ, ຂ້າພະເຈົ້າຢາກກາຍເປັນ ຄູສອນທີ່ ສາມາດມີລາຍໄດ້ສໍາລັບຄອບຄົວ," ຣັກສະໝີ ໄດ້ເພີ່ມຕື່ມ. ໂດຍອີງຕາມ ທ່ານ ນາງ ເຄງ ນັດ, ເປັນນັກສຶກສາຄົນຫູໜວກຜູ້ນື່ງ ຢູ່ໃນໂຄງການພັດທະນາຄົນ ຫູໜວກ, "ຂ້າພະເຈົ້າ ຮູ້ສຶກວ່າມີຄວາມສຸກຫຼາຍເມື່ອເວລາທີ່ຂ້າພະເຈົ້າໄດ້ຮັບໂອກາດການຝຶກອົບຮົມ. ຄວາມຮູ້ຂອງຂ້າພະເຈົ້າໄດ້ເພີ່ມຂຶ້ນ ແລະ ປັດຈຸບັນນີ້ ສາມາດອ່ານ,ຂຽນໄດ້ ແລະ ມີໝູ່ເພື່ອນທີ່ດີຫຼາຍຄົນ". "ຢູ່ໃນປັດຈຸບັນນີ້, ຂ້າພະເຈົ້າສາມາດເຂົ້າເຖິງຂໍ້ມູນຂ່າວສານຫຼາຍຢ່າງ ແລະ ບໍ່ເຄີຍມີຄວາມ ຮູ້ສຶກວ່າຂ້າພະເຈົ້າຖືກຈຳແນກໃນເວລາຮຽນຢູ່ໃນໂຄງການພັດທະນາຄົນຫູວກ. ຂ້າພະເຈົ້າມີຄວາມ ເຕັມໃຈທີ່ຈະເຂົ້າຮ່ວມຢູ່ໃນສັງຄົມຂອງພວກເຮົາກັບໝູ່ເພື່ອນຄົນອື່ນໆ," ນັດໄດ້ກ່າວວ່າ. ສອດຄ່ອງກັບຄໍາໝັ້ນສັນຍາຂອງອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດ ທະນາຄົນຫູໜວກ, ທັງສອງອົງການຈັດຕັ້ງໄດ້ເຮັດວຽກຢ່າງເອົາຈິງເອົາຈັງເພື່ອຈະຂະຫຍາຍໂຄງ ການ ຝຶກອົບຮົມພາສາມືຢູ່ໃນເຂດຊົນນະບົດອື່ນໆຢູ່ໃນປະເທດ. ໃນເວລາດຽວກັນ, ທັງ 2 ອົງການຈັດຕັ້ງຍັງຢູ່ໃນຂະບວນການພັດທະນາປື້ມຄູ່ມືພາສາມືເຊິ່ງຈະກວມເອົາປະມານ 17,000 ຄໍາສັບ, ຊຶ່ງຈະສາມາດໄດ້ຮັບການພິຈາລະນາວ່າເປັນພາສາມືທີ່ໄດ້ມາດຕະຖານຢູ່ໃນປະເທດກໍາປູເຈຍ. ອີກຢ່າງຫນຶ່ງ, ທາງອົງການກໍ່ຍັງມີຫຍຸ້ງຍາກກໍ່ຍັງຄົງຢູ່. ປັດໃຈຫຼັກໃນການພັດທະນາແມ່ນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມພາສາມືໂດຍອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດທະນາຄົນຫູໜວກ. ທ່ານ ຊາຣເລສ໌ ດິດທ໌ເມຍເອີຣ໌, ຜູ້ອໍານວຍການພະມານດາພະເຍຊູຂອງໂຄງການພັດທະນາຄົນຫູ ໜວກ, ໄດ້ກ່າວວ່າ "ອີງຕາມການຄາດຄະເນຂອງພວກເຮົາ, ຢ່າງຫນ້ອຍຍັງມີຄົນຫູໜວກ 50,000 ຄົນຢູ່ໃນປະເທດກໍາປູເຈຍ. ເຖິງຢ່າງໃດກໍ່ຕາມ, ເຖິງຕອນນັ້ນທັງສອງອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດທະນາຄົນຫູໜວກ ໄດ້ບັນລຸເປົ້າໝາຍຂອງພວກເຂົາເຈົ້າພຽງແຕ່ 3% ເທົ່ານັ້ນ. ພໍ່ແມ່ບາງຄົນບໍ່ອະນຸຍາດໃຫ້ລູກທີ່ເປັນຄົນຫູໜວກຂອງເຂົາເຈົ້າດໍາລົງຊີວິດຢ່າງເປັນອິດ ສະຫຼະເພາະວ່າມີຄວາມຢ້ານວ່າເຂົາເຈົ້າຈະຖືກຂູດຮີດ. ຍັງມີຫຼາຍສິ່ງຫຼາຍຢ່າງທີ່ທັງສອງອົງການ ຈັດຕັ້ງຈໍາເປັນຕ້ອງໄດ້ເຮັດ." ທ່ານ ເຫີຣຟ ໂຣເກີ, ຜູ້ອໍານວຍການໃຫ່ຍ ຂອງອົງການຂອງຄຣູສາຣ໌ເມ (Krousar Thmey), ໄດ້ກ່າວວ່າ "ອຸປະກອນການຝຶກອົບຮົມຕ່າງໆຍັງມີຈໍານວນຈໍາກັດ ແລະ ຍັງຂາດຈຳນວນຂອງຄູຝຶກພາສາມືທີ່ມີຄວາມສຳນິຊຳນານ ຢູ່ໃນປະເທດກໍາປູເຈຍ." ຄົນຫູໜວກຢູ່ປະເທດກໍາປູເຈຍມີຈຸດປະສົງເພື່ອເຂົ້າເຖິງຂໍ້ມູນຂ່າວສານໃຫ້ຫຼາຍຂື້ນ ໃນປະຈຸບັນນີ້ພວກ ເຂົາເຈົ້າແມ່ນໄດ້ຮັບຮູ້ສ່ວນວ່າຊີວິດຂອງພວກເຂົາເຈົ້າຈະໄດ້ມີຄວາມກ້າວໜ້າມຫຼາຍຂື້ນກວ່າເກົ່າ. ທັງສອງອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດທະນາຄົນຫູໜວກຈະໄດ້ສືບຕໍ່ໂຄງການເພື່ອໃຫ້ບັນລຸເປົ້າໝາຍໃນການຊ່ວຍຊຸມຊົນຄົນຫູໜວກ ຢູ່ໃນປະເທດ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ອົງການຄຣູສາຣ໌ເມ (Krousar Thmey) ແລະ ໂຄງການພັດທະນາຄົນຫູໜວກຮ່ວມມືກັບກັນເພື່ອເພີ່ມທະວີຈຳນວນນັກສຶກສາຄົນຫູໜວກເຂົ້າໃນໂຄງການຝຶກອົບຮົມພາສາມືໂດຍການ ຊອກຫາແຫຼ່ງທຶນຊ່ວຍເຫຼືອລ້າຈາກບັນດາຜູ້ໃຫ້ທຶນ, ຈັດການແລກປ່ຽນຂໍ້ມູນຂ່າວສານກັບບັນ ດາກຸ່ມຕ່າງໆ, ອົງການຈັດຕັ້ງຂອງຄົນພິການ ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ. #ຮ່າງແມ່ແບບການລົງຄະແນນສຽງເລືອກຕັ້ງ ສຳລັບ ຄົນພິການທາງດ້ານສາຍຕາ ເພື່ອລົງຄະແນນສຽງໃນການເລືອກຕັ້ງ ຢູ່ທີ່ປະເທດກຳປູເຈຍ ໂດຍອິງຕາມຂໍ້ມູນກ່ອນປີ 2006, ປະເທດກໍາປູເຈຍມີຊາກອນປະມານ 14 ລ້ານຄົນ, ຊຶ່ງໃນນັ້ນມີປະມານ 0,38% ຫຼື 53,200 ຄົນ ເປັນຄົນຄົນພິການທາງດ້ານສາຍຕາ. ເຖິງຢ່າງໃດກໍ່ຕາມ, ໄດ້ມີການຄາດຄະເນວ່າຄົນພິການທາງດ້ານສາຍຕາຈໍານວນ 188 ຈະສາມາດມາມາລົງທະບຽນ ແລະ ລົງ ຄະແນນສຽງຢູ່ໃນການ ເລືອກຕັ້ງລະດັບຊາດ. ໃນປີ 2006, ກຸ່ມຄົນພິການ ແລະ ກຸ່ມທີ່ເຮັດວຽກກ່ຽວກັບການເລືອກຕັ້ງ (DEW) ໄດ້ຖືກສ້າງຕັ້ງ ຂຶ້ນ ໂດຍອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO). ໃນການຮ່ວມມືກັບອົງການຈັດ ຕັ້ງຂອງຄົນພິການໃນທ້ອງຖິ່ນ (DPOs) ຈາກຫຼາຍໆແຂວງ, ອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO) ໄດ້ຮັບການສະໜັບສະໜູນ ການມີສ່ວນ ຮ່ວມຂອງຄົນພິການຢ່າງຫ້າວຫັນ ສໍາລັບການລົງຄະແນນສຽງໃນການເລືອກຕັ້ງ ທັງຢູ່ໃນລະດັບຊາດ ແລະ ລະດັບທ້ອງຖິ່ນຢູ່ໃນປະເທດກໍາປູເຈຍ. ໃນເບື້ອງຕົ້ນ ການແນະນໍາກ່ຽວກັບຂະບວນການເລືອກຕັ້ງດັ່ງກ່າວແມ່ນໄດ້ພັດທະນາຂື້ນມາໂດຍກຸ່ມ ຄົນພິການ ແລະ ກຸ່ມທີ່ເຮັດວຽກກ່ຽວກັບການເລືອກຕັ້ງ (DEW), ພິຈາລະນາວ່າຄົນພິການຫຼາຍໆປະເພດ ກໍ່ມີຫຼາຍສິ່ງທ້າທາຍໃນການລົງຄະແນນສຽງ. ຄະນະກໍາມະການເລືອກຕັ້ງແຫ່ງຊາດ (NEC) ຂອງປະເທດກໍາປູເຈຍ ໄດ້ຕົກລົງເຫັນດີໃຫ້ມີກອງປະຊຸມປະຈໍາເດືອນ ຮ່ວມກັບຜູ້ຕາງຫນ້າຈາກກຸ່ມ ຄົນພິການ ແລະ ກຸ່ມທີ່ເຮັດວຽກກ່ຽວກັບການເລືອກຕັ້ງ (DEW) ເພື່ອປຶກສາຫາລືບັນຫາຕ່າງໆທີ່ກ່ຽວຂ້ອງ, ຄວາມເປັນຫ່ວງເປັນໄຍດ້ານອື່ນໆ ແລະ ຄວາມເປັນໄປໄດ້ເພື່ອແກ້ໄຂບັນຫາຕ່າງໆ. ທ່ານ ນິນ ເສົາວະຣັດທ໌, ຜູ້ອໍານວຍການບໍລິຫານງານຂອງອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO), ໄດ້ກ່າວວ່າ, "ໂດຍຜ່ານເຄືອຂ່າຍຂອງພວກເຮົາ, ພວກເຮົາໄດ້ຮັບຮູ້ວ່າ ການປະຕິ ບັດທີ່ດີຢູ່ບັງກະລາເທດ. ແມ່ແບບ ລົງຄະແນນສຽງໄດ້ຮັບຕອບການສະໜອງໃຫ້ແກ່ຜູ້ຄົນພິ ການທາງດ້ານສາຍຕາ. ເຊິ່ງເຮັດໃຫ້ຈໍານວນການລົງຄະແນນສຽງຂອງຄົນພິການທາງສາຍຕາມີຈໍານວນ ເພີ້ມຂື້ນໃນການ ເລືອກຕັ້ງລະດັບແຫ່ງຊາດ ແລະ ລະດັບທ້ອງຖິ່ນ." ຮ່າງແມ່ແບບການລົງຄະແນນສຽງແມ່ນແຜ່ນເຈ້ຍທີ່ໄດ້ອອກແບບແມ່ແບບການລົງຄະແນນສຽງການ ເລືອກຕັ້ງຕາມທຳນຽມປະເພນີໂດຍສະເພາະແມ່ນສໍາລັບຜູ້ພິການທາງດ້ານສາຍຕາ. ໂດຍການແຈ້ງ ຊື່ຂອງຜູ້ສະໝັກຕ່າງໆໂດຍຜ່ານບັນດາຊ່ອງຂອງການລົງຄະແນນສຽງທີ່ມີຢູ່ໃນແມ່ແບບການລົງຄະ ແນນສຽງ, ຄົນພິການທາງດ້ານສາຍຕາສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການລົງຄະແນນສຽງ ຢ່າງເປັນອິດສະຫຼະ. ດ້ວຍການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນຕ່າງໆທີ່ໃຫ້ທຶນຈໍານວນໜຶ່ງໃຫ້ອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO) ເພື່ອຮ່ວມມືກັບຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ແລະ ອົງການຈັດຕັ້ງຂອງຄົນພິການຕ່າງໆຢູ່ທ້ອງຖິ່ນ (DPOs) ເພື່ອຜະລິດແມ່ແບບການລົງຄະແນນສຽງເລືອກຕັ້ງຈຳນວນ 16,000 ຊຸດ ຢູ່ໃນ 24 ແຂວງ ໃຫ້ກັບຄະນະກຳມາທິການເຂດການເລືອກຕັ້ງ ໃນປີ 2007 ແລະ ການເລືອກຕັ້ງແຫ່ງຊາດ ໃນປີ 2008. ນອກຈາກກວ່ານັ້ນ, ໂດຍການສະໜັບສະໜູນ ຈາກລັດຖະບານກໍາປູເຈຍ, ແມ່ແບບການລົງ ຄະແນນສຽງ 9,000 ຊຸດ ກໍ່ໄດ້ຮັບການຜະລິດຂື້ນ ໂດຍຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ໃຫ້ກັບຄະນະກໍາມາທິການເລືອກຕັ້ງ ໃນປີ 2012 ແລະ ການເລືອກຕັ້ງແຫ່ງຊາດ ໃນປີ 2013. ກ່ອງແມ່ແບບການລົງຄະແນນສຽງ ແມ່ນໄດ້ຮັບການບໍລິຈາກໂດຍການສະໜັບສະໜູນຂອງ ລັດຖະບານປະເທດຍີ່ປຸ່ນ. ທ່ານ ນີ ກຸກ, ຄົນພິການທາງສາຍຕາເນື່ອງຈາກເກີດອຸປະຕິເຫດ, ໄດ້ກ່າວວ່າ, "ຂ້າພະເຈົ້າໄດ້ມີຄວາມຕື່ນເຕັ້ນຫຼາຍທີ່ໄດ້ນໍາໃຊ້ແມ່ແບບການລົງຄະແນນສຽງ ດ້ວຍການສະໜັບສະໜູນຈາກຜູ້ຮັບຜິດເຂດປ່ອນບັດເລືອກຕັ້ງ. ຂ້າພະເຈົ້າມີຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ລົງຄະ ແນນສຽງຢ່າງເປັນຄວາມລັບ ແລະ ຢ່າງເປັນອິດສະຫຼະໂດຍປາສະຈາກການຊ່ວຍເຫຼື່ອຕ່າງໆ. ສີ່ງດັ່ງກ່າວນີ້ໄດ້ສົ່ງເສີມໃຫ້ຄົນພິການທາງສາຍຕາໄດ້ເຂົ້າຮ່ວມຂະບວນການເລືອກຕັ້ງຢ່າງເຕັມສ່ວນຢູ່ໃນ." "ຂ້າພະເຈົ້າ ໄດ້ບອກໃຫ້ຮູ້ອີກຕື່ມວ່າ ພັນລະຍາຂອງຂ້າພະເຈົ້າບໍ່ໄດ້ສົ່ງເສີມຂ້າພະເຈົ້າເພື່ອໃຫ້ໄປ ສະຖານີປ່ອນບັດເລືອກຕັ້ງເພາະວ່າລາວຄິດວ່າມັນຈະເປັນການຍາກສໍາລັບຂ້າພະເຈົ້າທີ່ຈະໄປລົງ ຄະແນນສຽງ. ຂ້າພະເຈົ້າໄດ້ອະທິບາຍຕໍ່ກັບລາວວ່າແມ່ແບບການລົງຄະແນນສຽງສໍາລັບຄົນ ພິການສານຕາໄດ້ອະນຸຍາດໃຫ້ພວກເຮົາໄດ້ມີການລົງຄະແນນສຽງຢ່າງເປັນເອກະລາດ. ປັດຈຸບັນນີ້ ພັນລະ ຍາຂອງຂ້າພະເຈົ້າໄດ້ມີຄວາມເຂົ້າໃຈດີຕໍ່ບັນຫາດັ່ງກ່າວ. ສິ່ງເຫຼົ່ານີ້ໄດ້ປ່ຽນແປງຊີວິດຂອງ ຂ້າພະເຈົ້າ ," ກຸກ ໄດ້ກ່າວວ່າ. ດັ່ງທີ່ ກຸກ ໄດ້ໃຊ້ສິດທິໃນການລົງຄະແນນສຽງດ້ວຍຕົນເອງ, ລາວ ແລະ ເພື່ອນບ້ານ ຂອງລາວກໍ່ໄດ້ໄປເຂດປ່ອນບັດເລືອກຕັ້ງເພື່ອນຳໃຊ້ແມ່ແບບການລົງຄະແນນສຽງຢູ່ໃນເຂດເລືອກ ຕັ້ງແຫ່ງຊາດ ໃນປີ 2013. ທ່ານ ນາງ ເຈນ ກຣິດຕ໌, ບຸກຄົນທີ່ມີຄວາມພິການສາຍຕາ ຢູ່ແຂວງກຳໂປງ ສະປື, ໄດ້ກ່າວວ່າ, "ຂ້າພະເຈົ້າໄດ້ໄປລົງຄະແນນສຽງເລືອກຕັ້ງນຳຄະນະກຳມາທິການເລືອກຕັ້ງເຂດ ໃນປີ 2012 ດ້ວຍ ການຊ່ວຍເຫຼືອຈາກອ້າຍຂ້າພະເຈົ້າ. ໃນປີ 2013 ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບແມ່ແບບການລົງ ຄະແນນສຽງຈາກຜູ້ຮັບຜິດຊອກຂອງອົງການຈັດຕັ້ງຂອງຄົນພິການຄົນໜຶ່ງ (DPO). ຂ້າພະເຈົ້າໄດ້ຮັບການຊ່ວຍເຫຼື່ອໄປປ່ອງປ່ອນບັດເລືອກຕັ້ງເພື່ອທຳການລົງຄະແນນສຽງ. ພະນັກງານທີ່ຮັບຜິດຊອບ ການປ່ອນບັດເລືອກຕັ້ງໄດ້ເອົາແມ່ແບບການລົງຄະແນນສຽງໃຫ້ຂ້າພະເຈົ້າ ແລະ ໄດ້ໃຫ້ການການ ຊ່ວຍເຫຼື່ອແກ່ຂ້າພະເຈົ້າເພື່ອໄປຫາຫ້ອງທີ່ເປັນເອກກະລາດບ່ອນທີ່ ຂ້າພະເຈົ້າ ສາມາດລົງຄະແນນ ສຽງ." "ມັນໄດ້ເປັນປະສົບການທີ່ດີສໍາລັບຂ້າພະເຈົ້າຕາມທີ່ຂ້າພະເຈົ້າໄດ້ລົງຄະແນນສຽງດ້ວຍຕົນເອງ. ຂ້າພະເຈົ້າໄດ້ມີຄວາມສຸກທີ່ສຸດທີ່ມີໂອກາດເປັນສ່ວນໜຶ່ງໃນການເລືອກເອົາສິດທິດທາງດ້ານການ ເມືອງ. ຂ້າພະເຈົ້າມີຄວາມຮູ້ສຶກວ່າໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນຂະບວນການເລືອກ ຕັ້ງ," ກຣິດຕ໌ ໄດ້ເພີ່ມຕື່ມ. ການນຳໃຊ້ປະໂຫຍດຂອງແມ່ແບບການລົງຄະແນນສຽງ ສໍາລັບຄົນພິການທາງດ້ານ ສາຍຕາຢູ່ໃນ ການເລືອກຕັ້ງ, ມີສິ່ງທ້າທາຍຈໍານວນຫນຶ່ງທີ່ໄດ້ກໍານົດໄວ້ຢູ່ໃນການປະຕິບັດນີ້. ເຊັ່ນຕົວຢ່າງ, ແມ່ ແບບການລົງຄະແນນສຽງບໍ່ພຽງພໍສະເຫມີໄປ ເນື່ອງມາຈາກຂາດການຕິດຕໍ່ສື່ສານ ແລະ ກະກຽມ ຕ່າງໆ ລະຫວ່າງ ຫົວຫນ້າເຂດ ຫຼື ອໍານາດການປົກຄອງບ້ານ ແລະ ຄົນພິການທາງດ້ານສາຍຕາ. ຂໍ້ມູນບາງຢ່າງກ່ຽວກັບຈໍານວນຂອງຄົນພິການທາງດ້ານສາຍຕາຜູ້ທີ່ມີສິດໄດ້ຮັບການ ລົງຄະແນນ ສຽງແມ່ນບໍ່ມີຄວາມຊັດເຈນ. ໃນການຮ່ວມມືກັບຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC), ອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO) ແລະ ອົງການຈັດຕັ້ງຂອງຄົນພິການ (DPOs) ອື່ນໆ ພະຍາຍາມທີ່ຈະແລກປ່ຽນຄວາມສຳນິຊໍານານຂອງພວກເຂົາເຈົ້າເພື່ອເຮັດໃຫ້ຂະ ບວນການລົງຄະແນນສຽງເປັນໄປໂດຍດີ. ທ່ານ ໂສໂກລັກ ຕີປໍຣ໌, ຮອງເລຂາທິການຂອງຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC), ໄດ້ກ່າວວ່າ, "ຜູ້ທີ່ພິການບໍ່ໄດ້ມີໂອກາດເຂົ້າຮ່ວມໃນການເລືອກຕັ້ງ. ດຍທົ່ວໄປແລ້ວ, ຄົນພິການທາງດ້ານສາຍຕາສາມາດນຳໃຊ້ສິດທິຂອງພວກເຂົາເຈົ້າ ເພື່ອລົງຄະແນນສຽງດ້ວຍການນຳໃຊ້ແມ່ ແບບ ການລົງຄະແນນສຽງເລືອກຕັ້ງໄດ້." ນອກຈາກນັ້ນ ແມ່ແບບການລົງຄະແນນສຽງຂອງຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ໄດ້ພັດທະນາປຶ້ມຄູ່ມືແນະນຳການເລືອກຕັ້ງຂື້ນມາເພື່ອແນະນຳວິທີການນໍາໃຊ້ແມ່ແບບການລົງຄະ ແນນສຽງ ແລະ ວິທີການສະໜັບສະໜູນຄົນພິການທາງດ້ານສາຍຕາໃນມື້ຈັດການເລືອກຕັ້ງ. ຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ໄດ້ເຊີນເອົາຜູ້ຕາງຫນ້າຈາກຂະແຫນງການຄົນພິການ ເຂົ້າຮ່ວມກອງປະຊຸມຢ່າງເປັນປົກກະຕິເພື່ອໃຫ້ໄດ້ຮັບຂໍ້ສະເຫນີແນະຕ່າງໆໃນການສະໜັບສະ ໜູນຄົນພິການຢູ່ໃນຂະບວນການຂອງການເລືອກຕັ້ງ. ຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ວາງແຜນການເພື່ອໃຫ້ການເຄື່ອນທີ່ກ່ອງແມ່ແບບການລົງຄະແນນ ສໍາລັບຄົນພິການທີ່ຈະມາລົງຄະແນນສຽງ. ໃນການຮ່ວມມືກັບຄະນະກຳມະການເຂດ ແລະ ອໍານາດການປົກຄອງບ້ານ, ຄະນະກຳມາທິການເລືອກຕັ້ງແຫ່ງຊາດ (NEC) ວາງແຜນການສົ່ງເສີມແມ່ແບບການລົງຄະແນນສຽງໂດຍຜ່ານ ຂະບວນການໂຄສະນາປະຊາສຳພັນ. ການປະຕິບັດນີ້ ສະທ້ອນໃຫ້ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຢ່າງແທ້ຈິງ ຂອງສິດເສລີພາບໃນ ການເຂົ້າເຖິງຂໍ້ມູນຂ່າວສານ, ຊຶ່ງເຮັດໃຫ້ຄົນພິການທາງດ້ານສາຍຕາເກີດຄວາມຮູ້ສຶກມີກຽດສັກສີ ຂອງຄວາມເປັນມະນຸດຢ່າງຊອບທຳ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ຈັດຕັ້ງກອງປະຊຸມລະດັບຊາດເພື່ອແລກປ່ຽນການປະຕິບັດທີ່ດີກ່ຽວກັບການເຂົ້າເຖິງຂໍ້ມູນຂ່າວ ສານການເລືອກຕັ້ງ ແລະ ຈັດການປູກຈິດສໍານຶກ ລະຫວ່າງ ບັນດາພາກສ່ວນທີ່ກ່ຽວຂ້ອງຕ່າງໆ (ໂທລະພາບ, ນັກຂ່າວ ແລະ ອົງການຈັດຕັງທີ່ບໍ່ສັງກັດລັດຖະບານ, ຜູ້ໃຫ້ທຶນ ແລະ ບັນດາ ອົງການຈັດຕັ້ງຂອງຄົນພິການຕ່າງ). #ການເຂົ້າເຖິງຂໍ້ມູນຂ່າວສານ ໂດຍຜ່ານ ການສື່ສານດ້ວຍຖ້ອຍຄຳປາກເປົ່າສຳລັບ ຄົນພິການ ໃນປະເທດກໍາປູເຈຍມີຜູ້ຖືກຜົນກະທົບຈາກລະເບີດສົງຄາມຈໍານວນຫຼາຍທີ່ເຮັດໃຫ້ພວກເຂົາເຈົ້າກາຍເປັນຄົນພິການ, ໂດຍສະເພາະແມ່ນຜູ້ທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ໄດ້ຖືກຈຳກັດໃຫ້ຢູ່ພາຍໃນບ້ານ ເຮືອນຂອງພວກເຂົາເປັນສ່ວນໃຫ່ຍ, ການເຂົ້າເຖິງ ການບໍລິການດ້ານມີຈໍາກັດ ຫຼື ບໍ່ໄດ້ມີການເຂົ້າເຖິງຂໍ້ມູນຂ່າວສານໃດເລີຍ. ໃນປີ 2008 ກຸ່ມຊ່ວຍເຫຼື່ອຕົນເອງຂອງຄົນພິການ ຢູ່ແຂວງຊຽມຣຽບ (Siem Reap) ໄດ້ຮັບການ ສ້າງຕັ້ງຂຶ້ນໂດຍການສະໜັບສະໜູນຈາກອົງການສາກົນເພື່ອຄົນພິການປະເທດກໍາປູເຈຍ ແລະ ບັນດາ ຄູ່ຮ່ວມງານທີ່ກ່ຽວຂ້ອງ. ຜູ້ນໍາທີ່ເປັນຄົນພິການໄດ້ຮັບການປຸກລະດົມເພື່ອການດໍາເນີນການຝຶກອົບ ຮົມກ່ຽວກັບເຄືອຂ່າຍ ແລະ ຄວາມສຳນິຊຳນານຕ່າງໆເພື່ອໃຫ້ຂໍ້ມູນຂ່າວສານສາທາລະນະແກ່ປະ ຊາຊົນຢູ່ທ້ອງຖິ່ນ. ປະຊາຊົນຢູ່ເຂດຊົນນະບົດປະເທດກໍາປູເຈຍ, ຜູ້ທີ່ເປັນຄົນພິການ ຫຼື ບໍ່ເປັນຄົນພິການ, ບໍ່ມີໂທ ລະທັດ, ວິທະຍຸ, ອິນເຕີເນັດ, ໂທລະສັບ ແລະ ອື່ນໆ. ການສ້າງຕັ້ງ ກຸ່ມຊ່ວຍເຫຼືອ ຕົນເອງຂຶ້ນໃໝ່ເພື່ອຄົນພິການຫຼາຍໆກຸ່ມໄດ້ຊ່ວຍເຫຼື່ອຄົນພິການຫຼາຍຄົນໃຫ້ໄດ້ມີການເຂົ້າເຖິງຂໍ້ມູນຂ່າວສານ. ທ່ານ ຣິນ ຊາງ, ທີ່ເປັນຄົນພິການຕາ ຢູ່ແຂວງຊຽມຣຽບ (Siem Reap) ໄດ້ກ່າວວ່າ, "ຂ້າພະເຈົ້າໄດ້ ຖືກປ່ອຍປະລະເລີຍໂດຍຄອບຄົວ ແລະ ສັງຄົມເຮັດໃຫ້ຂ້າພະເຈົ້າໄດ້ມີຄວາມຮູ້ສຶກໝົດຫວັງ. ນັບແຕ່ໄດ້ເຂົ້າຮ່ວມກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການຂ້າພະເຈົ້າມີຄວາມ ຮູ້ເພີມເຕີມ ແລະ ໄດ້ຮຽນຮູ້ ເພີ່ມເຕີມ ແລະ ຮຽນຮູ້ສິ່ງຕ່າງໆທີ່ຢູ່ອອ້ມຕົວຂ້າພະເຈົ້າ. ປະຈຸບັນນີ້ ຊາວບ້ານໃນທ້ອງຖິ່ນເຄົາລົບນັບຖື ແລະ ໃຫ້ສະໜັບສະໜູນຂ້າພະເຈົ້າ. ນອກຈາກນັ້ນ, ຂ້າພະເຈົ້າໄດ້ຮັບການຮຽນຮູ້ວ່າຄົນພິການສາມາດໄດ້ຮັບການບໍລິການດູແລສຸຂະພາບໂດຍທີ່ບໍ່ໄດ້ມີຄ່າໃຊ້ຈ່າຍຢູ່ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບ. ຂ້າພະເຈົ້າຍິນດີທີ່ຈະໄດ້ຮັບຂໍ້ມູນຂ່າວສານດັ່ງກ່າວ ຈາກຜູ້ນໍາກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ແລະ ອໍານາດການປົກຄອງບ້ານ." "ຂ້າພະເຈົ້າເຄີຍມີປະສົບປະການຖືກເວົ້າເຍາະເຍີ້ຍຢູ່ໃນສາທາລະນະ ແລະ ກໍ່ໄດ້ປ່ອຍປະລະເລີຍຈາກຊຸມຊົນ. ແຕ່ວ່າຫຼັງຈາກການເຂົ້າຮ່ວມກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ, ຂ້າພະເຈົ້າດີໃຈທີ່ຈະຮຽນ ຮູ້ວ່າມີຄົນພິການຈໍານວນຫຼວງຫຼາຍທີ່ເຂົ້າມາມີສ່ວນຮ່ວມໃນກິດຈະກໍາຕ່າງໆທາງສັງຄົມເພື່ອຍົກສູງ ການປູກຈິດສໍານຶກ. ໂດຍຜ່ານ ກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ, ຂ້າພະເຈົ້າໄດ້ຮັບຂໍ້ມູນຂ່າວສານ ແລະ ໄດ້ມີຄວາມຮູ້ກ່ຽວກັບສິດທິຂອງຄົນພິການຫຼາຍຂື້ນ. ໃນປັດຈຸບັນນີ້ ຂ້າພະເຈົ້າຮູ້ສຶກວ່າ ບໍ່ມີການຈໍາແນກ ດັ່ງທີ່ຄົນຈໍານວນຫຼາຍໃຫ້ການເຄົາລົບນັບຖື ແລະ ເຫັນວ່າຂ້າພະເຈົ້າກໍ່ ເປັນຄົນໆນຶ່ງເຊັ່ນກັນ," ທ່ານ ນາງ ເພນ ຢອນ, ເປັນຄົນພິການທີ່ມີຄວາມຫຍຸ້ງຍາກໃນການ ປາກ ເວົ້າຢູ່ແຂວງຊຽມຣຽບ ໄດ້ກ່າວວ່າ. ການສ້າງເຄືອຂ່າຍ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນຕ່າງໆ ແລະ ຜູ້ນໍາຂອງກຸ່ມຊ່ວຍເຫຼືອ ຕົນເອງຂອງຄົນພິການສາມາດຊ່ວຍໃນການເຜີຍແຜ່ຂໍ້ມູນຂ່າວສານສາທາລະນະ, ລວມທັງບັນຫາ ຂອງຄົນພິການ. ກຸ່ມຊ່ວຍເຫຼື່ອຕົນເອງຂອງຄົນພິການ ຢູ່ບ້ານຈຸກຣັດທ໌ (Chhouk Rath), ແຂວງຊຽມຣຽບ (Siem Reap), ໄດ້ມີພາລະບົດບາດອັນທີ່ສໍາຄັນໃນການຊ່ວຍເຫຼືອສະໜັບສະໜູນດ້ານສິດທິຂອງຄົນພິການ. ໄດ້ຮັບການເອື້ອຍອຳນວຍຄວາມສະດວກໂດຍກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ, ຄົນພິການ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ, ອໍານາດການປົກບ້ານ, ຜູ້ນໍາຕ່າງໆຂອງແຕ່ລະໜ່ວຍງານ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆຂອງທ້ອງຖິ່ນໄດ້ຮ່ວມກັນພັດທະນາລະບົບການສື່ສານທີ່ດີ ແລະ ເຄືອ ຂ່າຍນີ້ຂື້ນມາ. ບັນດາອາສາສະໝັກຜູ້ທີ່ໄດ້ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການເຜີຍແຜ່ຂໍ້ມູນ ຂ່າວສານການບໍລິການສາທາລະນະຕ່າງໆໄດ້ຮັບການຊຸກຍູ້ເພື່ອໃຫ້ການຊ່ວຍເຫຼືອແກ່ຄົນພິການຢູ່ ໃນໝູ່ບ້ານຂອງພວກເຂົາເຈົ້າ. ທ່ານ ວົງ ສຣັກຄ໌, ນາຍບ້ານບ້ານຈຸກຣັດທ໌ (Chhouk Rath) ໄດ້ກ່າວວ່າ, "ຢູ່ໃນໝູ່ບ້ານຂອງພວກ ເຮົາມີກອງປະຊຸມກຸ່ມສາມັກຄີ. ບັນດາຜູ້ຕາງຫນ້າຈາກຂະແຫນງການຕ່າງໆ ແລະ ກຸ່ມຊ່ວຍເຫຼືອ ຕົນເອງຂອງຄົນພິການເຂົ້າຮ່ວມກອງປະຊຸມເພື່ອສົນທະນາກ່ຽວກັບບັນຫາຕ່າງໆຂອງຊຸມຊົນ. ກອງປະຊຸມຂອງກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ແມ່ນໄດ້ຈັດຂຶ້ນໃນທຸກໆ 2 ອາທິດໃນ ຂະນະ ທີ່ກອງປະຊຸມກຸ່ມສາມັກແມ່ນໄດ້ຈັດຂຶ້ນໜຶ່ງຄັ້ງຕໍ່ເດືອນ." ກອງປະຊຸມໄດ້ຖືກຈັດລຽງຂື້ນເປັນຮອບປະຖົມມະເລີກເພື່ອປະເມີນຜົນ ແລະ ຕິດຕາມກວດກາ ກິດຈະກໍາຕ່າງໆ ແລະ ສົ່ງເສີມການປູກຈິດສໍານຶກໃຫ້ແກ່ສາທາລະນາກ່ຽວກັບການບໍລິການຕ່າງໆ ແລະ ຂໍ້ມູນຂ່າວສານທົ່ວໄປທີ່ມີຢູ່ໃນຊຸມຊົນ. ທ່ານ ສຣັກຄ໌ ໄດ້ກ່າວຕື່ມອີກວ່າ "ບັນດາຜູ້ນໍາທີ່ເປັນຄົນພິການໄດ້ຖືກເຊີນຂົ້າຮ່ວມໃນກອງ ປະຊຸມສາມັນຂອງກຸ່ມສາມັກຄີຢູ່ໃນຊຸມຊົນຂອງພວກເຮົາ. ກອງປະຊຸມໄດ້ຕົກລົງສະຖານທີ່ໆສົ່ງເສີມ ການປູກຈິດສໍານຶກກ່ຽວກັບສິດທິຂອງຄົນພິການ, ຄວາມເປັນຫ່ວງເປັນໄຍ ແລະ ບັນຫາຕ່າງໆ. ມີຫຼາຍວິທີທີ່ຈະດຳເນີນການເຜີຍແຜ່ຂໍ້ມູນຂ່າວສາສາທາລະນະໃຫ້ແກ່ແຕ່ລະຄົນຢູ່ໃນຊຸມຊົນ. ບັນ ດາຜູ້ນໍາທີ່ເປັນຄົນພິການໄດ້ແຈ້ງໃຫ້ພວກເຮົາຮູ້ກ່ຽວກັບການສື່ສານ ແລະ ເຄືອຂ່າຍຈາກທັດສະນາຂອງຄວາມພິການ. ໂທລະສັບມືຖືຢູ່ໃນທ້ອງຖິ່ນໄດ້ຮັບການນໍາໃຊ້ເພື່ອຕິດຕໍ່ສື່ສານກັບຫົວ ໜ້າກຸ່ມຊ່ວຍເຫລືອຕົນເອງຂອງຄົນພິການ ແລະ ກຸ່ມສາມັກຄີເພື່ອຮັບປະກັນການເຂົ້າເຖິງຂໍ້ມູນຂ່າວ ສານ." ໂດຍການລົງໄປຢ້ຽມຢາມເຮືອນ ແລະ ການນໍາໃຊ້ການສື່ສານທີ່ສາມາດເຂົ້າ ຮອດເຂົ້າເຖິງໄດ້ ກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ຢູ່ແຂວງຊຽມຮຽບ (Siem Reap) ໄດ້ອຳນວຍຄວາມສະດວກກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການບໍລິການສາທາລະນະ ລະຫວ່າງ ອໍານາດການປົກຄອງບ້ານ ແລະ ຄົນພິການຢູ່ໃນທ້ອງຖິ່ນ. ພວກເຂົາເຈົ້າຮັບຮູ້ບັນຫາຕ່າງໆ ແລະ ຄວາມເປັນຫ່ວງເປັນໃຍເນື່ອງຈາກວ່າພວກເຂົາເຈົ້າເປັນຄົນພິການດ້ວຍກັນ. ກຸ່ມຊ່ວຍເຫຼືອຕົນເອງໄດ້ມີກອງປະຊຸມທຸກເດືອນ ໃນຂະນະດຽວກັນທຸກໆສອງອາທິດໄດ້ມີກອງປະຊຸມເພື່ອຄວາມເປັນເອກະພາບກັນຂອງກຸ່ມ ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ຈັດຕັ້ງການຝຶກອົບຮົມກ່ຽວກັບຈຸດປະສານງານ ສໍາລັບການເຂົ້າເຖິງຂໍ້ມູນຂ່າວສານ ການບໍລິການ ສາທາລະນະ ໂດຍຜ່ານການສື່ສານ. #ການສົ່ງເສີມຂອງການເຂົ້າເຖິງຂໍ້ມູນຂ່າວສານ, ການສຶກສາ, ອຸປະກອນການສື່ສານຕ່າງໆ ຢູ່ປະເທດກຳປູເຈຍ ເມື່ອຫຼາຍປີກ່ອນ ຂໍ້ມູນຂ່າວສານ, ການສຶກສາ ແລະ ອຸປະກອນການສື່ສານທີ່ມີສ່ວນຮ່ວມຕ່າງໆ (IEC) ຍັງບໍ່ທັນມີຢູ່ແລ້ວ ແລະ ບໍ່ສາມາາດເຂົ້າເຖິງສໍາລັບໝົດທຸກຄົນ. ຄົນພິການຈໍານວນຫຼາຍ, ລວມທັງຄົນທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນ ແລະ ຄົນພິການທາງສາຍຕາບໍ່ມີວິທີການທີ່ຈະໄດ້ ຮັບຂໍ້ມູນຂ່າວສານທີ່ສົມບູນແບບທີ່ສ້າງຄວາມອາດສາມາດອັນສຳຄັນຂອງພວກເຂົາເຈົ້າ. ຖ້າຫາກວ່າ ຂໍ້ມູນຂ່າວສານໄດ້ຮັບການຂຽນໃຫ້ຢູ່ໃນຮູບແບບທີ່ເປັນລາຍລັກອັກສອນຢູ່ໃນກະດາດເຈ້ຍແຜ່ນໜຶ່ງ, ຄົນພິການທາງດ້ານສາຍຕາບໍ່ສາມາດອ່ານໄດ້. ອີກດ້ານຫນຶ່ງ, ຄົນພິການທີ່ມີຄວາມຫຍຸ້ງ ຍາກໃນການໄດ້ຍິນມີຄວາມຫຍຸ້ງຍາກທີ່ຈະເຂົ້າໃຈຂໍ້ຄວາມຕ່າງໆໂດຍຜ່ານການສື່ສານທີ່ໃຊ້ຖ້ອຍຄຳປາກເປົ່າ. ມີຄົນພິການຫຼາຍປະເພດຜູ້ທີ່ມີຄວາມກັງວົນກ່ຽວກັບບັນດາອຸປະກອນການສື່ສານຕ່າງໆ (IEC), ຊື່ງຄົນທົ່ວໄປທີ່ບໍ່ເປັນຄົນພິການອາດຈະນຳໃຊ້ເຄື່ອງດັ່ງກ່າວ. ດ້ວຍເຫດນັ້ນ, ມັນເປັນສິ່ງສໍາຄັນສໍາລັບທຸກໆຄົນ, ໂດຍບໍ່ຄໍານືງເຖີງຄວາມພິການໃນການນໍາມາເປັນປະເດັນສໍາຂອງການເຂົ້າເຖີງອຸປະກອນການສື່ສານທີ່ມີສ່ວນຮ່ວມຕ່າງໆ (IEC) ເຊັ່ນຄືດັ່ງ: ພາບປະກອບ, ການແຕ້ມຮູບພາບຕ່າງໆ, ແຜນວາດ, ການແປພາສາມື, ຕົວໜັງສືນູນ (Braille) ແລະ ອຸປະກອນການຄ້ຳຊູຊ່ວຍເຫຼືອອື່ນໆ. ຍັງມີຄົນຫຼາຍຄົນທີ່ຍັງບໍ່ມີຄວາມຮູ້ການເຂົ້າເຖິງອຸປະກອນການສື່ສານທີ່ມີສ່ວນຮ່ວມ (IEC) ທີ່ສາ ມາດ ຊ່ວຍເຫຼືອຄົນພິການປະເພດຕ່າງໆ, ໂດຍສະເພາະແມ່ນຜູ້ທີ່ຢູ່ເຂດຊົນນະບົດ. ການທີ່ເຂົ້າໃຈ ໄດ້ງ່າຍຮູບແຕ້ມ ແລະ ແຜນວາດອື່ນໆທີ່ສາມາດສຳຜັດໄດ້ ຈາກຄົນພິການຫຼາຍປະເພດ, ໂດຍສະ ເພາະແມ່ນເດັກນ້ອຍພິການ. ໃນລັກສະນະທີ່ຄ້າຍຄືກັນ, ຕົວໜັງສືນູນ (Braille) ແລະ ອຸປະກອນ ການສື່ສານດ້ວຍສຽງ ກໍ່ສາມາດຊ່ວຍເຫຼືອຄົນພິການທີ່ສູນເສຍການເບິ່ງເຫັນໄດ້ວ່າມີສິ່ງໃດແດ່ທີ່ກຳລັງເກີດຂື້ນອ້ອມຮອບໂຕຂອງເຂົາເຈົ້າ. ອິງຕາມການສຳຫຼວດໃນປີ 2009 ໂດຍອົງການສາກົນເພື່ອຄົນພິການປະຈຳປະເທດກຳປູເຈຍ, ໂດຍສະເພາະ ແມ່ນບັນດາຄົນພິການຜູ້ທີ່ມີຄວາມບົກຜ່ອງທາງດ້ານການເບິ່ງເຫັນ, ຜູ້ທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນ ແລະ ຜູ້ພິການທາງປັນຍາໄດ້ມີການຈຳກັດໃນການເຂົ້າເຖິງຂໍ້ມູນຂ່າວສານ. ໄດ້ມີກິດຈະກໍາໃນສະໜັບການເຂົ້າເຖີງສືອຸປະກອນການເຂົ້າເຖິງຂໍ້ມູນຂ່າວສານທີ່ມີສ່ວນຮ່ວມໃນທາງຢູ່ໃນປະເທດກຳປູເຈຍ. ນັບຕັ້ງແຕ່ ປີ 2011 ອົງການສາກົນເພື່ອຄົນພິການ ປະຈໍາປະເທດກໍາປູເຈຍ ໄດ້ຜະລິດອຸປະກອນ ການສື່ສານທີ່ມີສ່ວນຮ່ວມ (IEC) ແບບງ່າຍດາຍ ສໍາລັບຄູຝຶກຊຸມຊົນທ້ອງຖິ່ນ ເພື່ີອສ້າງ ຄວາມເຂົ້າໃຈລະຫວ່າງບັນດາຄົນພິການກ່ຽວກັບຄວາມຮຸນແຮງທາງເພດ, ສຸຂະພາບຈະເລີນພັນ, ການວາງແຜນລູກຫ່າງ ແລະ ການປ້ອງກັນການຕິດເຊື້ອເອດສໄອວີ/ໂລກເອດສ. ທ່ານ ດຣ ວີວັດ ຊູ, ຜູ້ຈັດການບໍລິຫານໂຄງການຟື້ນຟູຄົນພິການຂອງອົງການສາກົນເພື່ອຄົນພິການ ປະຈຳປະເທດກໍາປູເຈຍ, ໄດ້ກ່າວວ່າ "ອຸປະກອນການຝຶກອົບຮົມຕ່າງໆຂອງພວກເຮົາແມ່ນໄດ້ອອກ ແບບຕາມຄວາມຕ້ອງການຂອງຊຸມຊົນກຸ່ມເປົ້າໝາຍ. ມີສີຫຼາຍຢ່າງປະສົມປະສານກັນ, ງ່າຍທີ່ຈະເຂົ້າ ໃຈຮູບພາບຕ່າງໆທີ່ປະຈັກຕາ ແລະ ຮູບແຕ້ມອື່ນໆທີ່ໄດ້ເອົາມານໍາໃຊ້ເພື່ອເຮັດໃຫ້ສາມາດເຂົ້າໃຈເຖີງ ບັນຫາທີ່ສະຫຼັບສັບຊ້ອນຢູ່ໃນໂຄງການຝຶກອົບຮົມຂອງພວກເຮົາ, ບັນດາອຸປະກອນເຫຼົ່ານີ້ແມ່ນເປັນ ປະໂຫຍດຫຼາຍໂດຍສະເພາະແມ່ນສໍາລັບແມ່ຍິງພິການທາງດ້ານການໄດ້ຍິນ." ອຸປະກອນກາສື່ສານທີ່ມີສ່ວນຮ່ວມຫຼາຍຢ່າງ ແມ່ນໄດ້ຮັບການຜະລິດໂດຍອົງການຈັດຕັ້ງຂອງຄົນພິ ການປະເທດກໍາປູເຈຍ (CDPO). ສໍາລັບການປູກຈິດສໍານຶກກ່ຽວກັບບັນຫາຕ່າງໆຂອງຄົນພິການ ແລະ ຄວາມໃຍອື່ນໆ, ລວມທັງການເຂົ້າເຖິງຂໍ້ມູນຂ່າວສານ. ທ່ານ ນາງ ສີມອນ ຊາກຣີຢາ, ແມ່ຂອງຜູ້ທີ່ເປັນພິການທາງປັນຍາ, ໄດ້ກ່າວວ່າ "ອົງການຈັດຕັ້ງ ຂອງຄົນພິການປະເທດກຳປູເຈຍ (CDPO) ແລະ ອົງການສາກົນເພື່ອຄົນພິການປະຈຳປະເທດກໍາປູ ເຈຍໄດ້ໃຫ້ໂອກາດແກ່ຂ້າພະເຈົ້າໃນການເຂົ້າຮ່ວມການຝຶກອົບຮົມຕ່າງໆ ແລະ ສະໜອງອຸປະກອນ ການສື່ສານທີ່ມີສ່ວນຮ່ວມຕ່າງໆທີ່ສາມາດເຂົ້າເຖິງ ສໍາລັບລູກຊາຍຂອງຂ້າພະເຈົ້າ ທີ່ເປັນຄົນອໍທີສຕິກ. ມີຮູບພາບ ແລະ ຄໍາບັນຍາຍອື່ນຕ່າງໆ, ລາວສາມາດເຂົ້າໃຈຂ້າພະເຈົ້າໄດ້ຫຼາຍຂື້ນ ແລະມີຄວາມດີໃຈສະເໝີທີ່ຈະໄດ້ເຂົ້າຮ່ວມໃນກິດຈະກໍາຕ່າງໆ ທາງສັງຄົມ ດ້ວຍການສະໜັບສະໜູນຂອງ ຂ້າພະເຈົ້າ." ອົງການຄຣູສາຣ໌ເມ (Krousar Thmey) ຮ່ວມມືກັບອົງການສາກົນເພື່ອຄົນພິການປະຈຳປະເທດກຳປູເຈຍ ໄດ້ພັດທະນາປື້ມຄູ່ມືການສຶກສາຕ່າງໆ ເປັນພາສານູນ (Braille) ແລະ ຄູ່ມືທີ່ມີສຽງສໍາລັບ ຄົນຕາບອດ ໃນປີ 2004. ຄູ່ມືການຝຶກອົບຮົມເປັນພາສານູນ (Braille) ໄດ້ພັດທະນາຂື້ນມາສໍາລັບ ຄູອາຈານ. ປຶ້ມຄູ່ມືພາສາມືໄດ້ຜະລິດຂື້ນມາສໍາລັບນັກສຶກສາຄົນຫູໜວກໃນປີ 2012. ເພື່ອຊ່ວຍ ໃນການພັດທະນາດ້ານການສຶກສາຂອງຄົນຕາບອດ ແລະ ນັກສຶກສາຄົນຫູໜວກຢ່າງວ່ອງໄວ, ການ ບັນທຶກ (MP3) ຕ່າງໆ ແລະ ຄລິບວີດີໂອກໍ່ໄດ້ສະໜອງໃຫ້ຢູ່ໃນຫ້ອງຮຽນເຊັ່ນກັນ. "ຂ້າພະເຈົ້າມີຄວາມດີໃຈເປັນຢ່າງຍີ່ງເມື່ອເວລາທີ່ຂ້າພະເຈົ້າໄດ້ເຫັນປື້ມຄູ່ມືພາສາມືສໍາລັບນັກ ສຶກສາ ຊັ້ນຮຽນປີທີ 1 ປີທີ 6. ປະຈຸບັນນີ້ ຂ້າພະເຈົ້າສາມາດອ່ານ ແລະ ຂຽນໜັງສືໄດ້. ຂ້າພະ ເຈົ້າໄດ້ຮຽນຮູ້ວິທີການດໍາລົງຊີວິດດ້ວຍຄວາມຊື່ສັດ. ຂ້າພະເຈົ້າໄດ້ມີຄວາມຫວັງວ່າທຸກໆຮູບ ພາບ, ປື້ມຄູ່ມື ແລະ ແຜ່ນພັບ ແລະ/ຫຼື ບົດບັນຍາຍຕ່າງໆຈະປະກອບດ້ວຍການແປພາສາມື. ດັ່ງນັ້ນ ພວກເຮົາທຸກຄົນ, ທີ່ເປັນຄົນຫູໜວກໄດ້ເຂົ້າໃຈວ່າສິ່ງເຫຼົ່ານີ້ເປັນເຄື່ອງມືດີກວ່າສຳລັບພວກເຮົາ," ທ່ານ ນາງ ຮຽງ ດາເລນ, ທີ່ເປັນນັກສຶກສາຄົນຫູໜວກ ຢູ່ທີ່ອົງການຄຣູສາຣ໌ເມ (Krousar Thmey) ໄດ້ກ່າວວ່າ. ໃນປີ 2007, ສະມາຄົມຄົນຕາ ຢູ່ໃນປະເທດກໍາປູເຈຍ (ABC) ຮ່ວມມືກັບອົງການເກັບກຳຂໍ້ມູນລຸ່ມແມ່ນ້ຳຂອງຢູ່ທີ່ປະເທດຫວຽດນາມໄດ້ຜະລິດອຸປະກອນຊີດີສຽງ (audio CD) ບາງຢ່າງສຳລັບ ການສິດສອນກ່ຽວກັບວິທີທີ່ຄົນຕາສາມາດຍ່າງ ແລະ ການເຮັດວຽກເຮືອນຢ່າງເປັນອິດສະຫຼະ. ການບັນທຶກສຽງ (audio CD) ແມ່ນໄດ້ລວມເອົາຄວາມທັກສະທາງດ້ານກະສິກໍາ. ທ່ານ ນາງ ເທບ ໂສພອນ, ເປັນຄົນທີ່ມີຄວາມເປັນພິການທາງດ້ານສາຍຕາ ຢູ່ສະມາຄົມຄົນຕາປະເທດກຳປູເຈຍ (ABC), ໄດ້ກ່າວວ່າ "ຂ້າພະເຈົ້າ ໄດ້ມີຄວາມພາກພູມໃຈຫຼາຍ ເມື່ອເວລາທີ່ຂ້າພະ ເຈົ້າໄດ້ຮັບອຸປະກອນການສື່ສານທີ່ມີສ່ວນຮ່ວມຕ່າງໆ (IEC) ຈາກສະມາຄົມຄົນພິການຕາປະເທດກຳປູເຈຍ (ABC). ມັນໄດ້ຊ່ວຍໃຫ້ກະຕຸ້ນຄວາມຮູ້ຂອງຂ້າພະເຈົ້າ, ເຮັດໃຫ້ຄວາມສຳນິຊຳນານ ແລະ ກໍ່ໄດ້ໃຫ້ໂອກາດຕ່າງໆແກ່ໃນການເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມຫຼາຍຢ່າງຢູ່ໃນຊຸມຊົນ. ຂ້າ ພະເຈົ້າຮູ້ສຶກພູມໃຈເປັນຢ່າງຍີ່ງທີ່ຄົນພິການທາງດ້ານສາຍຕາຜູ້ອື່ນໆຢູ່ທີ່ສະມາຄົມຄົນຕາປະເທດກຳປູເຈຍ (ABC) ຜູ້ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການເຂົ້າເຖິງຂໍ້ມູນຂ່າວສານ. ຂ້າພະເຈົ້າຢາກໃຫ້ລັດ ຖະບານກໍາປູເຈຍມີການສະໜັບສະໜູນໃນການເຂົ້າເຖິງອຸປະກອນການສື່ສານທີ່ມີສ່ວນຮ່ວມ (IEC) ເຂົ້າໃນລະບົບການສຶກສາຂອງພວກເຮົາ, ເພື່ອໃຫ້ຄູອາຈານຢູ່ໃນໂຮງຮຽນ ສາມາດນໍາໃຊ້ອຸປະກອນ ການສື່ສານທີ່ມີສ່ວນຮ່ວມ (IEC) ທີ່ເປັນເຄື່ອງມືສຳລັບການຮຽນຮູ້ຢູ່ໃນນຫ້ອງຮຽນຂອງເຂົາເຈົ້າ." ໂດຍສອດຄ່ອງກັບຫຼັກການພື້ນຖານຂອງມາດຕາ 21 ຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ສິດທິຂອງຄົນພິການ, ທີ່ໄດ້ແກ້ໄຂອຸປະກອນການສື່ສານທີ່ມີສ່ວນຮ່ວມຕ່າງໆ (IEC) ໃຫ້ງ່າຍດາຍໃນການນຳໃຊ້ຢ່າງມີປະສິດທິຜົນ. ການພິຈາລະນາສະພາບການພັດທະນາຂອງປະເທດກໍາປູເຈຍ, ອຸປະ ກອນການສື່ສານທີ່ມີສ່ວນຮ່ວມຕ່າງໆ (IEC) ທີ່ສາມາດສົ່ງຜົນກະທົບຕໍ່ການພັດທະນາຊຸມຊົນທັງໝົດ ໃນໄລຍະຍາວນານ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ການພັດທະນາບົດແນະນໍາກ່ຽວກັບອຸປະກອນການສື່ສານທີ່ມີສ່ວນຮ່ວມ (IEC) ທີ່ສາມາດນໍໃຊ້ ເພື່ອຈະໄດ້ແລກປ່ຽນກັບສາທາລະນະ - ຈັດຕັ້ງກອງປະຊຸມປຶກສາຫາລື ກ່ຽວກັບວິທີການນໍາໃຊ້ປື້ມຄູ່ມື - ຈັດກອງປະຊຸມສຳມະນາເພື່ອນໍາສະເໜີບົດແນະນໍາອຸປະກອນການສື່ສານທີ່ມີສ່ວນຮ່ວມ (IEC) ແລະ ຕິດຕາມຄວາມຄືບໜ້າຂອງແຜນການປະຕິບັດງານ. #ການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ສຳລັບສະມາຄົມນັກຂ່າວລາວ ການທີ່ບໍ່ມີຄວາມຮູ້ທີ່ເໝາະສົມກ່ຽວກັບຄວາມພິການມັກຈະນໍາໄປສູ່ການຕີລາຄາຮູບພາບຂອງຄົນພິ ການຜິດໄດ້. ຕ້ອງພິຈາລະນາວ່າພວກເຂົາເຈົ້າແມ່ນຫນຶ່ງໃນການເປັນຜູ້ທີ່ປະກອບສ່ວນສໍາຄັນໃນການ ແລກປ່ຽນຂໍ້ມູນຂ່າວສານຢ່າງທ່ວງທັນເວລາຢູ່ໃນສັງຄົມ, "ພາລະບົດບາດນັກຂ່າວ" ເປັນສິ່ງສໍາຄັນ ໂດຍສະເພາະແມ່ນຢູ່ໃນ ສ.ປ.ປ. ລາວ ສໍາລັບການປ່ຽນແປງແນວຄວາມຄິດໃນທາງດ້ານລົບ ແລະ ທັດສະນະຄະຕິດ້ານລົບຕໍ່ກັບຄົນພິການ, "ກ່າວໂດຍທ່ານ ນາງ ຄາໂຣລາຍ ເກີຣີນ, ທີ່ປຶກສາ ດ້ານສິດທິ ແລະ ການມີສ່ວນຮ່ວມຂອງຄົນພິການ, ອົງການສາກົນເພື່ອຄົນພິການ ສ.ປ.ປ. ລາວ. ຢູ່ໃນ ສ.ປ.ປ. ລາວ ໄດ້ມີຫຼາຍອົງການທັງພາຍໃນປະເທດ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານທີ່ເຮັດວຽກກ່ຽວກັບຄົນພິການ ແລະ ການພັດທະນາ. ເຖິງຢ່າງໃດກໍ່ຕາມ, ແຕ່ຍັງບໍ່ໄດ້ມີ ວິທີການສະເພາະເພື່ອຍົກສູງລະດັບຄວາມຮັບຮູ້ກ່ຽວກັບຄວາມພິການໃນບັນດາຜູ້ທີ່ເຮັດວຽກກ່ຽວກັບສື່ ມວນຊົນໃນໄລຍະຜ່ານມາ. ຢູ່ໃນບັນດາຄໍາສັບອື່ນໆບໍ່ມີການເຂົ້າເຖິງຂໍ້ມູນຂ່າວສານທີ່ເຫມາະສົມກ່ຽວ ກັບຄວາມພິການຈາກມຸມມອງຂອງສື່ມວນຊົນ. ໃນປີ 2009 ການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ໄດ້ນໍາ ສະເຫນີຢູ່ໃນ ສ.ປ.ປ. ລາວ, ໂດຍການຮ່ວມມືລະຫວ່າງສະມາຄົມຄົນພິການແຫ່ງຊາດລາວ (ສພຊລ) ແລະ ອົງການສາກົນເພື່ອຄົນພິການປະຈຳ ສປປ ລາວ. ໄດ້ຈັດການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ໃຫ້ແກ່ນັກຂ່າວ ແລະ ສະມາຄົມນັກຂ່າວລາວ ຈໍານວນທັງຫມົດ 50 ທ່ານ ທີ່ເປັນກຸ່ມເປົ້າຫມາຍຜູ້ເຂົ້າຮ່ວມຕົ້ນຕໍ. ຈຸດປະສົງຕົ້ນຕໍຂອງການຝຶກອົບ ຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ແມ່ນເສີມຂະຫຍາຍເພີ່ມຄວາມເຂົ້າໃຈ ລະຫວ່າງຂອງບັນດານັກຂ່າວກ່ຽວກັບຄວາມພິການ ແລະ ເພື່ອປ່ຽນແປງຄວາມຮັບຮູ້ຂອງພວກເຂົາ ເຈົ້າທີ່ມີຕໍ່ຄົນພິການໄປໃນທິດທາງທີ່ເປັນດ້ານບວກ. ທິມງານຄູຝຶກຈາກໜ່ວຍງານສົ່ງເສີມສິດຂອງຄົນ ພິການຂອງ ສພຊລ, ໄດ້ມີຄວາມສຳນິຊຳນານ ແລະ ປະສົບການກ່ຽວກັບການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ດ້ວຍການສະຫນັບສະຫນູນຈາກອົງການສາກົນ ເພື່ອຄົນພິການ ປະຈຳ ສປປ ລາວ. "ປະມານ 60 ສ່ວນຮ້ອຍຂອງນັກຂ່າວທີ່ໄດ້ເຂົ້າໃນການຝຶກອົບຮົມ ຢູ່ໃນ ສປປ ລາວໄດ້ມີການ ຕອບຮັບວ່າພວກເຂົາເຈົ້າຫາກໍ່ໄດ້ຮັບຮູ້ທັດສະນະຄະຕິທາງສັງຄົມຂອງຄົນພິການທີ່ຄວນຈະໄດ້ຮັບ ການນໍາໃຊ້ເຂົ້າໃນກິດຈະກຳຕ່າງໆ ຂອງສື່ມວນຊົນ," ໄດ້ກ່າວໂດຍ ທ່ານ ແສງສຸລີ ພິມມະສອນ, ຄູຝຶກດ້ານສິດທິ ແລະ ຄວາມສະເໝີ ພາບຂອງຄົນພິການ (DRET). "ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບຄວາມພິການໂດຍຜ່ານການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET). ມັນຊ່ວຍໃຫ້ຂ້າພະເຈົ້າໄດ້ມີການປ່ຽນແປງມຸມມອງທີ່ເປັນ ທາງລົບຫຼາຍດ້ານ ແລະ ຄວາມເຂົ້າໃຈສະພາບການ ແລະ ຄວາມຮູ້ສຶກຂອງຄົນພິການ. ຂ້າພະເຈົ້າ ຈະນຳໄປແກ້ໄຂຂໍ້ກໍານົດຕ່າງໆທີ່ຂ້າພະເຈົ້ານໍາໃຊ້ເຂົ້າໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບສິດທິຂອງ ຄົນພິການ," ໄດ້ກ່າວໂດຍ ທ່ານ ນາງ ພິດສະໄໝ ສຸວັນນະລາດ, ຜູ້ລາຍງານຂ່າວ ຈາກສຳນັກຂ່າວ ສານປະເທດລາວ (KPL). ໃນໄລຍະທີ່ຜ່ານມາ, ທ່ານ ບຸນໂຮມ ສຸວັນນະລາດ, ຜູ້ລາຍງານຂ່າວຂອງຫນັງສືພິມສະຫະພັນກໍາ ມະບານລາວ, ບໍ່ເຂົ້າໃຈ ແລະ ບໍ່ໄດ້ພິຈາລະນາຄວາມຕ້ອງການຕ່າງໆ ແລະ ຊະຕາກຳຂອງ ຄົນພິການ. "ຂ້າພະເຈົ້າຄິດວ່າພວກເຂົາເຈົ້າເປັນບຸກຄົນຜູ້ທີ່ບໍ່ສາມາດຈະເປັນຜູ້ນໍາໄດ້. ຢູ່ໃນມຸມ ມອງຂອງຂ້າພະເຈົ້າພວກເຂົາເຈົ້າເປັນພາລະແບກຫາບໜັກໜ່ວງຕໍ່ສັງຄົມຂອງພວກເຮົາທີ່ຕົກ ຢູ່ໃນສະພາບການຢ່າງສີ້ນຄວາມຫັວງ. ແຕ່ການຝຶກອົບຮົມໄດ້ເຮັດໃຫ້ຂ້າພະເຈົ້າໄດ້ຮັບຮູ້ວິທີການທີ່ ຂ້າພະເຈົ້າຄວນຈະສຳນຶກຕໍ່ກັບຄົນພິການ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ພວກເຂົາເຈົ້າມີຄວາມສາມາດ ຕ່າງໆຂອງພວກເຂົາເຈົ້າເອງ. ພວກເຂົາເຈົ້າສາມາດເບີ່ງແຍງດູແລຕົວເອງໄດ້ ແລະ ເຮັດສິ່ງຕ່າງໆ ໄດ້ເຊັ່ນດຽວກັນກັບບຸກຄົນອື່ນໆທົ່ວໄປ." ຜູ້ເຂົ້າຮ່ວມການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ອື່ນໆໄດ້ຕອບ ຮັບວ່າ ພວກເຂົາເຈົ້າຈະນໍາໃຊ້ສິ່ງທີ່ໄດ້ຮຽນຮູ້ຈາກການຝຶກອົບຮົມເຂົ້າໃນການເຮັດວຽກຂອງພວກເຂົາ ເຈົ້າ, ໂດຍສະເພາະແມ່ນໃນເວລາທີ່ຂຽນບົດຂ່າວກ່ຽວກັບຄົນພິການ. ຜູ້ເຂົ້າຮ່ວມເຫຼົ່ານີ້ໄດ້ຮັບຮູ້ວ່າ ການເນັ້ນໜັກລັກສະນະໄປໃນທິດທາງບວກຂອງຄົນພິການສາມາດຊ່ວຍໃຫ້ມວນຊົນທົ່ວໄປເຂົ້າໃຈຄຸນຄ່າຂອງຄົນພິການໄດ້. ມັນເປັນສິ່ງຈໍາເປັນສໍາລັບບັນດານັກຂ່າວລາວທີ່ມີຄວາມອ່ອນໄຫວຫຼາຍຢູ່ໃນວິທີການທີ່ສື່ມວນຊົນຈະໄດ້ສະແດງຮູບລັກສະນະນິໄສໃຈຄໍຂອງຄົນພິການເຂົ້າໃນການຄຸ້ມຄອງສື່ມວນຊົນຂອງພວກເຂົາເຈົ້າ, ລວມທັງໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສິ່ງພິມອື່ນໆ. ປະຕິບັດຕາມການເຄື່ອນໄຫວທາງດ້ານບວກ, ສພຊລ ໄດ້ມີການຮ່ວມມືກັບອົງການສາກົນເພື່ອຄົນ ພິການ ປະຈຳ ສປປ ລາວ ມີແຜນການທີ່ຈະສືບຕໍ່ການຝຶກອົບຮົມກ່ຽວກັບສື່ມວນຊົນ ແລະ ຄວາມ ເປັນພິການ ຊື່ງເປັນ "ຄວາມພະຍາຍາມທີ່ຈຳເປັນຫຼາຍເພື່ອຍົກສູງຄວາມຮັບຮູ້ບັນຫາທີ່ສໍາຄັນຂອງ ຄວາມພິການຢູ່ໃນປະເທດ, ໂດຍສະເພາະແລ້ວ ແມ່ນສິດທິຂອງຄົນພິການ," ໄດ້ກ່າວໂດຍ ທ່ານ ບຸນວຽນ ຫຼວງຍອດ, ປະທານບໍລິຫານງານ ສະມາຄົມຄົນພິການແຫ່ງຊາດລາວ (ສພຊລ). ອີກຢ່າງນື່ງ, ຜົນໄດ້ຮັບທີ່ສໍາຄັນກໍ່ຄືຕ້ອງໄດ້ຂະຫຍາຍການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບ ຂອງຄົນພິການ (DRET) ຢູ່ໃນລະດັບຕ່າງໆຂັ້ນເມືອງໃນ ສປປ ລາວ ໃນປີ 2014-2015, ທີ່ຈະໄດ້ຮັບສະໜັບສະໜູນຈາກລັດຖະບານຂອງປະເທດເບລຢຽມ. ມີຄາດໝາຍວ່າ ການຈັດຕັ້ງປະຕິ ບັດນີ້ຈະໄດ້ເປີດກວ້າງຂອບເຂດຂອງພາກສ່ວນກ່ຽວຂ້ອງທີ່ແຕກຕ່າງກັນສໍາລັບສັງຄົມຂອງພວກເຮົາ. ທ່ານ ຄໍາອ້ວນ ທອງສຸກ, ຄູຝຶກດ້ານສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ເຊື່ອໝັ້ນວ່າ, "ນີ້ເປັນການປະຕິບັດທີ່ດີທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ໃນການອະນາຄົດ. ຕາມຜົນທີ່ໄດ້ ຮັບຂອງກິດຈະກຳໄລຍະທີ່ຜ່ານມາ, ແມ່ນໄດ້ມີແຜນການທີ່ຈະເພີ່ມຈໍານວນຂອງຄູຝຶກສໍາລັບກິດຈະ ກໍານີ້, ຊື່ງເປັນຕົວຊີ້ວັດທີ່ຈະແຈ້ງວ່າຄໍາຫມັ້ນສັນຍາຂອງເຮົາທີ່ຈະສ້າງໃຫ້ມີການປ່ຽນແປງໃນທາງບວກ ຈະມີຄວາມຍືນຍົງຫຼາຍຂື້ນກວ່າເກົ່າ." ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ຈັດຕັ້ງການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) ແລະ ການຝຶກອົບຮົມສື່ມວນຊົນໃຫ້ແກ່ນັກຂ່າວຢູ່ໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງຈໍາປາສັກ. #ການຝຶກອົບຮົມການນຳໃຊ້ພາສາມືຂັ້ນພື້ນຖານ ສຳລັບພະນັກງານສາທາລະນະສຸກຢູ່ບັນດາໂຮງໝໍຕ່າງໆ ໂດຍທີ່ກ່ຽວຂ້ອງກັບເລື່ອງຂອງຄວາມພິການສ່ວນໃຫ່ຍພວກເຮົາໄປໂຮງໝໍຖ້າຫາກວ່າພວກເຮົາຕ້ອງ ການການປິ່ນປົວທາງການແພດ. ບຸກຄົນຜູ້ທີ່ຫູໜວກ ຫຼື ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນກໍ່ຫວັງ ວ່າຈະຕ້ອງໄດ້ໄປໂຮງໝໍເພື່ອໃຫ້ໄດ້ຮັບການປິ່ນປົວທີ່ເຫມາະສົມໂດຍທ່ານໝໍຕາມສິ່ງທີ່ຈໍາເປັນ. ຄົນຫູໜວກ ຫຼື ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນສ່ວນໃຫ່ຍຢູ່ໃນ ສປປ ລາວ ສ່ວນຫຼາຍຈະໄປ ຮ້ານຂາຍຢາ ຢູ່ໃນບ້ານໄກ້ຄຽງຂອງເຂົາເຈົ້າໂດຍກົງແທນທີ່ຈະໄປໂຮງຫມໍ. ບຸກຄົນຜູ້ທີ່ຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນແມ່ນມີແນວໂນ້ມທີ່ຈະໄດ້ລໍຖ້າເປັນເວລາດົນຢູ່ໃນໂຮງຫມໍ ແລະ ບໍ່ໄດ້ຮັບການປິ່ນປົວຢ່າງຫຼວງຫຼາຍ. "ເນື່ອງຈາກການຂາດຄວາມຮູ້ ແລະ ຮູ້ຈັກວິທີການໃນການນໍາໃຊ້ພາສາມືລາວ, ບັນດາພະນັກງານ ສາທາລະນະສຸກສ່ວນຫຼາຍທີ່ສຸດບໍ່ສາມາດສື່ສານກັບພວກເຮົາ. ມີພຽງແຕ່ປະມານ 3 ສ່ວນຮ້ອຍຂອງ ຄົນຫູຫນວກຢູ່ນະຄອນຫຼວງວຽງຈັນສາມາດເຂົ້າເຖິງການບໍລິການຕ່າງໆຂອງໂຮງໝໍໄດ້ໃນໄລຍະທີ່ ຜ່ານມາ," ໄດ້ກ່າວໂດຍ ທ່ານ ບຸນເຕີມ ຈັນຕະລີວົງ, ປະທານສະມາຄົມຄົນຫູໜວກ (ສຄຫ) ຢູ່ ສປປ ລາວ. ໃນຖານະເປັນອົງການຈັດຕັ້ງຊ່ວຍເຫຼືອຕົນເອງທີ່ສົ່ງເສີມສິດທິຂອງຄົນຫູໜວກ ຫຼື ຜູ້ທີ່ມີຄວາມຫຍຸ້ງ ຍາກໃນການໄດ້ຍິນ ຢູ່ໃນ ສປປ ລາວ, ສະມາຄົມຄົນຫູໜວກ (ສຄຫ) ໄດ້ດໍາເນີນກິດຈະກໍາຕ່າງໆ, ລວມທັງການສົ່ງເສີມການນຳໃຊ້ພາສາມືຂອງລາວ, ສອດຄ່ອງກັບສົນທິສັນຍາວ່າດ້ວຍສິດທິຂອງຄົນພິ ການຂອງອົງການຂອງສະຫະປະຊາຊາດ. ອີງຕາມມາດຕາ 21 ການເຂົ້າເຖິງຂໍ້ມູນຂ່າວສານ, ມັນ ແມ່ນສີ່ງທີ່ສໍາຄັນສໍາລັບສະມາຄົມຄົນຫູໜວກ (ສຄຫ) ເພື່ອຕອບສະຫນອງກັບຄວາມຕ້ອງການຂອງ ສະມາຊິກຂອງຕົນໃນການສ້າງຜົນປະໂຫຍດທີ່ເໝາະສົມ ແລະ ການໃຫ້ບໍລິການດ້ານການປິ່ນປົວ ທີ່ວ່ອງໄວ. ດ້ວຍສະໜັບສະໜູນ ຈາກອົງການອົດສະຕຣາລີ ສໍາລັບການພັດທະນາສາກົນ (AusAID), ສະຖານ ທູດອົດສະຕາລີ ຢູ່ ສປປ ລາວ ແລະ ນັກສິນລະປິນລາວ-ໄທ. "ການຝຶກອົບຮົມກ່ຽວກັບ ການນຳໃຊ້ພາສາມືຂັ້ນພື້ນຖານ ໃຊ້ເວລາ 5 ວັນ ໃຫ້ແກ່ພະນັກງານສາທາລະນະສຸກ" ການຝຶກອົບຮົມໄດ້ຈັດຂຶ້ນໃນປີ 2011 ຢູ່ທີ່ສະມາຄົມຄົນພິການແຫ່ງຊາດລາວ (ສພຊລ). ໃນເບື້ອງ ຕົ້ນມີຜູ້ຕ່າງຫນ້າ 2 ທ່ານຈາກແຕ່ລະ ໂຮງໝໍ 9 ແຫ່ງຢູ່ໃນນະຄອນຫຼວງວຽງຈັນ, ຜູ້ທີ່ເປັນທ່ານໝໍ, ພະຍາບານ ແລະ ພະນັກງານດ້ານການປິ່ນປົວອື່ນໆ, ທີ່ໄດ້ເຊີນເຂົ້າຮ່ວມການຝຶກອົບຮົມ. ການຝຶກອົບຮົມຄັ້ງນີ້ແມ່ນໄດ້ສຸມໃສ່ດ້ານທັກສະກ່ຽວກັບການຝຶກອົບຮົມການນຳໃຊ້ພາສາມື ແລະ ວັດ ທະນະທຳຂອງຄົນຫູໜວກຢູ່ໃນ ສປປ ລາວ. "ຂ້າພະເຈົ້າຍິນດີທີ່ຈະເຂົ້າຮ່ວມການຝຶກອົບຮົມທັກສະການນໍາໃຊ້ພາກສາມືເພາະວ່າມັນຈະຊ່ວຍໃຫ້ ຂ້າພະເຈົ້າໄດ້ເຂົ້າໃຈເຖິງວັດທະນະທໍາຂອງຄົນຫູໜວກ ແລະ ໄດ້ຮຽນຮູ້ວິທີການນໍາໃຊ້ພາສາມື ຂັ້ນພື້ນຖານ. ປະຈຸບັນນີ້ຂ້າພະເຈົ້າມີຄວາມຍິນດີໃນການສື່ສານກັບຄົນຫູໜວກທຸກຄັ້ງທີ່ພວກເຂົາເຈົ້າ ໄປໂຮງໝໍຂອງເພື່ອກວດເຊັກສຸຂະພາບລວມທັງການດູແລຝາກທ້ອງ ກ່ອນການຄອດລູກ," ກ່າວໂດຍ ທ່ານ ດຣ ຫັດສະນຸກອນ ພົມມະຈັກ, ທ່ານໝໍຂອງໜ່ວຍ ງານສັກຢາວັກຊີນຢູ່ໂຮງຫມໍ ແມ່ ແລະ ເດັກ. ທ່ານ ນາງ ປະກອບ ດຳລົງສິດ, ເປັນພະຍາບານ OB-GYN ຢູ່ໂຮງໝໍແມ່ ແລະ ເດັກ, ໄດ້ກ່າວວ່າ "ຫຼັງຈາກຂ້າພະເຈົ້າໄດ້ຮັບການຝຶກອົບຮົມເພື່ອນຮ່ວມງານຄົນອື່ນໆຢູ່ໃນໂຮງຫມໍ ໄດ້ເອີ້ນຂ້າພະເຈົ້າ ທຸກຄັ້ງທີ່ມີຄົນຫູໜວກມານຳໃຊ້ບໍລິການໂຮງໝໍຂອງພວກເຮົາ, ເພາະເຂົາເຈົ້າຮູ້ວ່າຂ້າພະເຈົ້າສາມາດ ສື່ສານກັບພວກເຂົາເຈົ້າໄດ້. ຂ້າພະເຈົ້າເຂົ້າໃຈດີສະພາບການຂອງຄົນເຈັບທີ່ເປັນຄົນຫູໜວກຫຼາຍ ຂື້ນກ່ວາເມື່ອກ່ອນ. ຂ້າພະເຈົ້າມີຄວາມຍິນດີທີ່ຈະແລກປ່ຽນກັບຄົນອື່ນກ່ຽວກັບຄວາມກັງວົນຂອງຫູ ໜວກ, ໂດຍສະເພາະແມ່ນການເຂົ້າເຖິງການສື່ສານທີ່ເຫມາະສົມຢູ່ພາຍໃນໂຮງໝໍ. ຂ້າພະເຈົ້າຢາກ ຈະແລກປ່ຽນຄວາມຮູ້ຂອງຂ້າພະເຈົ້າກ່ຽວກັບການນໍາໃຊ້ພາສາມືຂັ້ນພື້ນຖານກັບເພື່ອນຮ່ວມງານຄົນ ອື່ນຜູ້ທີ່ບໍ່ໄດ້ເຂົ້າຮ່ວມຝຶກອົບຮົມ." ການຝຶກອົບຮົມການນຳໃຊ້ພາສາມືຂັ້ນພື້ນຖານສໍາລັບພະນັກງານສາທາລະນະສຸກບໍ່ພຽງແຕ່ເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ການນຳໃຊ້ພາສາມືຂັ້ນພື້ນຖານ, ເພື່ອເປັນການຍົກສູງການປູກຈິດສໍານຶກກ່ຽວກັບ ຄວາມສໍາຄັນຂອງການສື່ສານທີ່ບໍ່ມີປະຕິກິລິຍາຂອງຖ້ອຍຄຳທີ່ອອກມາຈາກປາກ. ນອກຈາກການຝຶກອົບຮົມການນຳໃຊ້ພາສາມືຂັ້ນພື້ນຖານແລ້ວ, ສະມາຄົມຄົນຫູໜວກກໍ່ຍັງໄດ້ມີຄວາມ ພະຍາຍາມເພື່ອຈະປັບປຸງ "ປື້ມຄູ່ມືພາສາພາສາມືລາວ ແລະ ວັດທະນະທໍາຂອງຄົນພິການຫູໜວກ ສະບັບທຳອິດ" ທີ່ໄດ້ຈັດພີມຂື້ນມາໃນປີ 2011, ເພື່ອຕອບສະຫນອງການຝຶກອົບຮົມໃຫ້ຫຼາຍຂື້ນແກ່ພະນັກງານສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງອື່ນໆເພື່ອໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ ກ່ຽວຂ້ອງກັບຫູໜວກ. "ປະຈຸບັນ, ປະມານ 15 ສ່ວນຮ້ອຍຂອງຫູໜວກ ຢູ່ໃນນະຄອນຫຼວງວຽງຈັນສາມາດເຂົ້າເຖິງການບໍລິ ການດ້ານການປິ່ນປົວຢູ່ໃນໂຮງໝໍເປົ້າໝາຍ 9 ແຫ່ງ ຢູ່ທີ່ນະຄອນຫຼວງວຽງຈັນຕາມທີ່ຜົນໄດ້ຮັບມາ ຈາກການຝຶກອົບຮົມ. ການເພີ່ມຂື້ນຂອງອັດຕາສ່ວນນີ້ສາມາດບອກໃຫ້ພວກເຮົາຮູ້ວ່າການຝຶກອົບຮົມ ການນຳໃຊ້ພາສາມືຂັ້ນພື້ນຖານນີ້ມີປະສິດທິຜົນຄືແນວໃດ. ການຝຶກອົບຮົມດັ່ງກ່າວນີ້ຄວນຈະໄດ້ສືບຕໍ່ ເພື່ອຜັນຂະຫຍາຍເຂົ້າໄປໃນສະຖານທີ່ຊົນນະບົດຢູ່ໃນ ສປປ ລາວ," ໄດ້ກ່າວໂດຍ ທ່ານ ບຸນເຕີມ ຈັນຕະລີວົງ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ຝຶກອົບຮົມພາສາມືໃຫ້ແກ່ພະນັກງານຂອງລັດຖະບານ ແລະ ພະນັກງານຂອງບັນດາສະມາຄົມ ທີ່ບໍ່ຫັວງຜົນກຳໄລ ຈຳນວນ 50 ທ່ານ. #ແຮນມີ (HandMe) ແລະ ແຮນທັອກ (HandTalk): ເຄື່ອງມືນຳໃຊ້ສະມາຣດໂຟນ ແລະ ເຄື່ອງມືການຮຽນຮູ້ອອນລາຍ "ຂ້າພະເຈົ້າ ຕ້ອງການພັດທະນາບາງສິ່ງບາງຢ່າງທີ່ສາມາດຂ້າມຜ່ານບັນຫາຊ່ອງຫວ່າງການສື່ສານລະ ຫວ່າງບຸກຄົນຜູ້ທີ່ເປັນຄົນຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນ," ທ່ານ ພຸດທະກອນ ກຸນາວົງ, ນັກສຶກສາຈາກຄະນະນັກສຶກສາວິທະຍາສາດຄອມພິວເຕີຂອງ ມະຫາວິທະຍາໄລແຫ່ງ ຊາດ ຂອງ ສປປ ລາວ ໄດ້ກ່າວວ່າ. ກຸນາວົງບໍ່ເຄີຍຄາດຄິດວ່າລາວຈະສາມາດເອົາມີວິທີການທີ່ງ່າຍດາຍທີ່ລາວປາດຖະໜາອອກມາເພື່ອສື່ ສານກັບຄົນຫູໜວກ. "ຂ້າພະເຈົ້າ ຈະເປັນຜູ້ທີ່ເສ່ຍໃຈເມື່ອເວລາທີ່ຄົນຫູໜວກມາຖາມວ່າ: ດຽວນີ້ ເວລາຈັກໂມງແລ້ວ, ເຊັ່ນຕົວຢ່າງ. ຂ້າພະເຈົ້າບໍ່ຮູ້ຈັກວິທີການ ນຳໃຊ້ພາສາມື." ຮູບເງົາລາວເລື່ອງ "ສຸດຂອບຟ້າ" ໄດ້ສົ່ງຜົນກະທົບໃຫ້ແກ່ລາວ ແລະ ລາວກໍ່ໄດ້ເລີ່ມຕົ້ນແນວຄິດຂອງວິທີການເພື່ອຂ້າມ ຜ່ານບັນຫາຊ່ອງຫວ່າງການສື່ສານລະຫວ່າງບຸກຄົນຜູ້ທີ່ເປັນຄົນຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກ ໃນການໄດ້ຍິນ. ກຸນາວົງ ໄດ້ເລີ່ມຕົ້ນອອກແບບເຄື່ອງມືເພື່ອນຳໃຊ້ຢູ່ໃນໂທລະສັບສະມາຣດໂຟນ ເຂົ້າໃນບົດວິທະຍານິ ພົນຈົບຊັ້ນຮຽນຂອງລາວ. ທໍາອິດລາວໄດ້ໄປຫາສູນການແພດຟື້ນຟູໜ້າທີ່ການເພື່ອລວບລວມເກັບກຳ ອຸປະກອນຕ່າງໆ, ເຊິ່ງລາວກໍ່ໄດ້ຮັບການແນະນຳໃຫ້ກັບຄືນມາຕິດຕໍ່ກັບສະມາຄົມຄົນຫູໜວກ (ສຄ ຫ). "ປະຫວັດຄວາມເປັນມາຂອງພາສາມືຢູ່ ສປປ ລາວແມ່ນຫຍັງ" ມີເຕັກໂນໂລຊີອັນໃດແດ່ທີ່ສາ ມາດຊ່ວຍເຫຼືອຄົນຫູໜວກໄດ້ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນຢູ່ໃນ ສປປ ລາວ" ລາວ ໄດ້ຮຽນຮູ້ຫຼາຍຢ່າງຈາກການປ້ອນຂໍ້ມູນໃຫ້ຂອງພະນັກງານສະມາຄົມຄົນຫູໜວກ, ກໍ່ເຊັ່ນດຽວກັນກັບ ການທີ່ລາວໄດ້ເຂົ້າຮ່ວມການຝຶກອົບຮົມການນຳໃຊ້ພາສາມືເປັນເວລາ 2 ເດືອນຈາກສະມາຄົມຄົນ ຫູໜວກ. ກຸນາວົງ ໄດ້ພັດທະນາ ແຮນມີ (HandMe) ແລະ ໄດ້ອອກແບບເຄື່ອງມືນຳໃຊ້ຢູ່ໃນໂທລະ ສັບສະມາຣດໂຟນລະບົບແອນດຣອຍ ທີ່ເອົາວິດີໂອພາສາມືລາວມານຳສະເໜີ. "ມັນກໍ່ສາມາດເຂົ້າ ເຖິງໄດ້ແມ່ນກະທັ້ງປິດການເຊື່ອມຕໍ່ກັບອິນເຕີເນັດ, ພຽງແຕ່ດາວໂຫຼດເອົາແຮນມີ (HandMe) ແລະ ເຄື່ອງມືນຳໃຊ້ຢູ່ໃນໂທລະສັບສະມາຣດໂຟນຄັ້ງດຽວ. ໃນຂະນະທີ່ເກືອບໝົດທຸກຄົນຢູ່ໃນ ສປປ ລາວ ຍັງບໍ່ທັນມີໂທລະສັບສະມາຣດໂຟນໃຊ້, ຂ້າພະເຈົ້າຫວັງວ່າໃນອະນາຄົດໂທລະສັບສະມາຣດ ໂຟນລາຄາຖືກລົງ ແລະ ມີຜູ້ຊົມໃຊ້ຫຼາຍຂຶ້ນ. ເປັນທີ່ແນ່ນອນວ່າຫຼາຍໆຄົນຈະສາມາດເຂົ້າເຖິງ ແລະ ດາວໂຫລດແຮນມີ (HandMe) ແລະ ເຄື່ອງມືນຳໃຊ້ຢູ່ໃນໂທລະສັບສະມາຣດໂຟນ" ກຸນາວົງ ໄດ້ກ່າວວ່າ. ສ່ວນປະກອບ ແຮນມີ (HandMe) ກໍ່ຄື ແຮນທັອກ (HandTalk), ມີເວັບໄຊທ໌ ທີ່ໄດ້ສ້າງຂື້ນໂດຍ ບໍລິສັດພັດທະນາໄອທີລາວຈຳກັດພຽງຜູ້ດຽວທີ່ຂະຫຍາຍການນໍາໃຊ້ແຮນມີ (HandMe) ໃນຫຼາຍ ວິທີທາງ. ຕາມທີ່ໄດ້ເຮັດເປັນພະນັກງານດ້ານການສະໜັບສະໜູນໄອທີຂອງບໍລິສັດພັດທະນາໄອທີ ລາວຈຳກັດພຽງຜູ້ດຽວ, ກຸນາວົງໄດ້ສໍາຫຼວດແນວຄວາມຄິດດັ່ງກ່າວໂດຍການສະໜັບສະໜູນຈາກບໍລິ ສັດພັດທະນາໄອທີລາວຈຳກັດພຽງຜູ້ດຽວ. ຕາມຜົນທີ່ໄດ້ຮັບທີ່ດີທາງບໍລິສັດກໍ່ໄດ້ສືບຕໍ່ໃຫ້ການສະໜັບ ສະໜູນໃນການການພັດທະນາເວັບໄຊທ໌ຂື້ນມາ, ຊື່ງຮຽກວ່າແຮນທັອກ (HandTalk) ສາມາດນໍາໃຊ້ໄດ້ຈາກອິນເຕີເນັດ ແລະ (HandMe) ສາມດາວໂລດຈາກອິນເຕີ ແລະ ນໍາໃຊ້ຢູ່ໃນ ໂທລະ ສັບສະມາຣດໂຟນ. ທ່ານ ທະນົງສັກ ສຸກສະຫວັດ, ຫົວຫນ້າຄະນະບໍລິຫານພະນັກງານຂອງ ບໍລິສັດພັດທະນາໄອທີ ລາວຈຳກັດພຽງຜູ້ດຽວ ໄດ້ກ່າວວ່າ, "ເວັບໄຊທ໌ ແຮນທັອກ (Hand Talk) ແມ່ນໜຶ່ງໃນເຄື່ອງ ມືການສື່ສານທີ່ມີຈຸດປະສົງເພື່ອຍົກສູງຄວາມຮັບຮູ້ກ່ຽວກັບພາສາມືສໍາລັບຄົນຫູໜວກ ແລະ ສາທາລະ ນະຊົນທົ່ວໄປ. ໝາຍຄວາມວ່າເພື່ອເປັນການປຸກລະດົມ ແລະ ການປັບປຸງການສື່ສານລະຫວ່າງຄົນ ຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນ." "ທັງ ແຮນມີ (HandMe) ແລະ ແຮນທັອກ (HandTalk) ແມ່ນເປັນປະໂຫຍດຫຼາຍ ຢູ່ໃນສະຖານນະການສຸກເສີນ, ເຊັ່ນ: ເວລາເກີດອຸບັດຕິເຫດ. ເຄື່ອງມືເຫຼົ່ານີ້ມີປະສິດທິຜົນ ໃນການ ຫຼຸດຜ່ອນຊ່ອງຫວ່າງການສື່ສານລະຫວ່າງຄົນຫູໜວກ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນ. ທັງ ໝົດທີ່ພວກເຂົາເຈົ້າຕ້ອງໄດ້ເຮັດແມ່ນການເຂົ້າເຖິງວິດີໂອ ແລະ ທຸກຄົນສາມາດຮຽນຮູ້ພາສາມືໄດ້," ທ່ານ ສຸກສະຫວັດ ໄດ້ກ່າວວ່າ. ສະມາຄົມຄົນຫູໜວກໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ, ລວມທັງຄໍາສັບພາສາມືຕ່າງໆ ແລະ ບັນດາການສາທິດວິດີໂອ. ພະນັກງານ ສຄຫ ໄດ້ມີການຕິດຕາມກວດກາຄຸນນະພາບ ແລະ ຄວາມເຫມາະສົມຂອງວິດີໂອການສອນພາສາມື. "ພວກເຮົາກໍາລັງສົ່ງເສີມແຮນມີ (HandMe) ແລະ ແຮນທັອກ (HandTalk) ໃຫ້ແກ່ສະມາຊິກຂອງພວກເຮົາທັງຫມົດ ເຊັ່ນດຽວກັນກັບການສົ່ງເສີມ ໃຫ້ແກ່ສາທາລະນະຊົນທົ່ວໄປ, ສີ່ງເຫຼົ່ານີ້ເປັນເຄື່ອງມືສໍາຄັນເພື່ອຍົກສູງການປູກຈິດສຳນຶກກ່ຽວກັບ ທັດສະນະຂອງຄົນຫູໜວກໃຫ້ເປັນຮູບປະທຳ, "ທ່ານ ບຸນເຕີມ ຈັນຕະລີວົງ, ປະທານສະ ມາຄົມຄົນຫູໜວກ ຢູ່ ສປປ ລາວ ໄດ້ກ່າວວ່າ. ທ່ານ ນາງ ພານິຕາ ໄມພອນ, ພະນັກງານວິຊາການ ຖານຂໍ້ມູນຂອງໂຄງການການເຊື່ອມໂຍງລະ ຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານທີ່ເປັນຄົນພິການ ຂອງສະມາຄົມຄົນພິການແຫ່ງຊາດລາວ (ສພຊລ), ໄດ້ນໍາໃຊ້ແຮນທັອກ (HandTalk) ເມື່ອເວລາຕິດຕໍ່ສື່ສານກັບເພື່ອນຮ່ວມງານຢູ່ທີ່ ບ່ອນເຮັດວຽກ. "ສິ່ງທີ່ດີທີ່ຂ້າພະເຈົ້າມັກຫຼາຍທີ່ສຸດກ່ຽວກັບເວັບໄຊທ໌, ກໍ່ຄືເຊັ່ນດຽວກັນກັບເຄື່ອງມືນຳ ໃຊ້ໃນໂທລະສັບ, ເປັນສິ່ງທີ່ງ່າຍດາຍໃນການນໍາໃຊ້ວິດີໂອທີ່ນຳສະເຫນີຫຼາກຫຼາຍສະນິດຂອງຄໍາສັບ ແລະ ປະໂຫຍກຕ່າງໆທີ່ສາມາດຮຽນຮູ້ໄດ້ຢ່າງງ່າຍດາຍ.ເວັບໄຊທ໌ກໍ່ໄດ້ຊ່ວຍໃຫ້ຂ້າພະເຈົ້າຕິດຕໍ່ສື່ສານ ກັນກັບສະມາຊິກຂອງຊຸມຊົນຄົນຫູໜວກໄດ້ດີຂື້ນ." ໃນປະຈຸບັນແຮນມີ (HandMe) ໄດ້ນໍາສະເໜີຄໍາສັບຕ່າງໆຢູ່ 300 ຄໍາສັບ, ໃນຂະນະທີ່ແຮນທັອກ (Hand Talk) ມີຄຳສັບຕ່າງໆຢູ່ 500 ຄໍາສັບ. ປະຈຸບັນມີປະມານຫຼາຍກວ່າ 35 ວິດີໂອໄດ້ມີ ການຖ່າຍທຳ. ການປັບປຸງຈະໄດ້ມີການດຳເນີນການຢ່າງຕໍ່ເນື່ອງກ່ຽວກັບເຄື່ອງມືນຳໃຊ້ ແລະ ເວັບໄຊທ໌ ແລະ ນອກຈາກນັ້ນແຜນການໃນອະນາຄົດທີ່ຈະລວມເອົາພາສາອື່ນໆຕື່ມອີກ, ລວມທັງ ຝຣັ່ງເສດ ແລະ ພາສາອັງກິດ. ໂດຍອີງຕາມການໃຫ້ການຂອງ ທ່ານ ກຸນາວົງ, ບາງທີອາດມີດີຫຼາຍທີ່ສຸດຂອງທັງສອງເຕັກ ໂນໂລຊີຕ່າງໆເຫຼົ່ານີ້, ແຮນມີ (HandMe) ແລະ (HandTalk) ເປັນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ບໍລິສັດພັດທະນາໄອທີລາວຈຳກັດພຽງຜູ້ດຽວ ທີ່ເປັນຜູ້ໃຫ້ບໍລິການວິສາຫະກິດທຸລະກິດ ທ້ອງຖິ່ນ ແລະ ສະມາຄົມຄົນຫູໜວກ ທີ່ເປັນອົງການຈັດຕັ້ງຂອງບຸກຄົນຫູໜວກຢູ່ໃນ ສປປ ລາວ. ນີ້ຄືຄວາມພະຍາຍາມຮ່ວມກັນທີ່ເປັນຮູບແບບທີ່ດີໃນ ສປປ ລາວ ແລະ ສາມາດເປີດທາງສໍາລັບ ການປະຕິບັດທຸລະກິດການມີສ່ວນຮ່ວມຂອງຄົນພິການຫຼາຍຂື້ນໃນອະນາຄົດຂອງພວກເຮົາ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ການປັບປຸງຄຸນນະພາບຂອງເວັບໄຊທ໌ນີ້ ແລະ ການບັນຈຸເອົາວິດີໂອທີ່ກ່ຽວຂ້ອງຕ່າງໆ ຫຼື ຄຳສັບ ພາສາມືລາວຕ່າງໆ ເອົາເຂົ້າໄປໃນເວັບໄຊທ໌ ໂດຍຕົວຂອງເຂົາເຈົ້າເອງ. - ການປັບປຸງເຄື່ອງມືນຳໃຊ້ສໍາລັບລະບົບແອນດຣອຍ Android ແລະ ໂທລະສັບສະມາຣດໂຟນ. - ຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານສະມາຄົມຄົນຫູໜວກ ກ່ຽວກັບການຄຸ້ມຄອງເວັບໄຊທ໌. - ການສົ່ງເສີມການການນຳໃຊ້ ເວັບໄຊທ໌ ແລະ ການນໍາໃຊ້ເຄື່ອງມືໃນໂທລະສັບຢູ່ໃນຂັ້ນຊຸມຊົນ. #ຂະບວນການພັດທະນາໂປຼແກຼມສຽງ ສຳລັບຄົນພິການຕາບອດຢູ່ທີ່ ສປປ ລາວ ເນື່ອງຈາກການທີ່ຂາດໂອກາດຕ່າງໆ, ຄົນພິການຕາບອດຢູ່ໃນ ສປປ ລາວ ໄດ້ມີການປະເຊີນກັບບັນຫາ ສິ່ງທ້າທາຍຕ່າງໆໃນການພັດທະນາທ່າແຮງຂອງເຂົາເຈົ້າຢ່າງເຕັມສ່ວນດັ່ງທີ່ເປັນສະມາຊິກອັນເປັນປະ ໂຫຍດຂອງສັງຄົມ. ການຮັບຮູ້ຄວາມຕ້ອງການຕ່າງໆຂອງພວກເຂົາເຈົ້າ, ສະມາຄົມຄົນຕາບອດລາວ (ສຕບ) ໄດ້ສ້າງຕັ້ງຂຶ້ນ ຢ່າງເປັນທາງການໃນປີ 2007 ໂດຍມີຈຸດປະສົງ ທີ່ຈະຕອບສະໜອງໂອກາດຕ່າງໆໃຫ້ຫຼາຍຂື້ນ ສໍາລັບ ຄົນພິການຕາບອດ ຢູ່ໃນ ສປປ ລາວ. ໂດຍສອດຄ່ອງກັບວີວັດທະນາການຂອງແນວຄວາມຄິດກ່ຽວກັບ ຄວາມເປັນພິການ, ສະມາຄົມຄົນຕາບອດລາວພະຍາຍາມສ້າງຄວາມເຂັ້ມແຂງໃຫ້ແກ່ຄົນພິການຕາບອດ ຢູ່ໃນ ສປປ ລາວ ໃນການຮ່ວມມືກັບຄູ່ຮ່ວມງານທັງພາຍໃນປະເທດ ແລະ ຄູ່ຮ່ວມງານຕ່າງໆຈາກສາກົນ, ລວມທັງສະມາຄົມຂອງຄົນຕາບອດປະເທດໄທ ໄດ້ (TAB). ຢູ່ປະເທດໄທ, ສະມາຄົມຄົນພິການຕາບອດໄທມີບົດບາດທີ່ສໍາຄັນໃນການພັດທະນາໂຄງການອອກສຽງ ສໍາລັບຄົນພິການຕາບອດໂດຍການຮ່ວມມືກັບລັດຖະບານໄທ ໂດຍຜ່ານສູນກາງເອເລັກໂຕຣນິກ ແລະ ເຕັກໂນໂລຊີຄອມພິວເຕີແຫ່ງຊາດ (NECTEC). ໂຄງການພັດທະນາສຽງເປັນທີ່ຮັບຮູ້ວ່າເປັນໂຄງການ ພັດທະນາສຽງໄທທີ່ໃຫ້ບໍລິການຟຣີການອ່ານ-ສຽງຈາກຫນ້າຈໍ, ມັນເປັນປະໂຫຍດຫຼາຍໃນການຄົ້ນຫາຂໍ້ ມູນຕ່າງໆຢູ່ໃນຄອມພິວເຕີສຳລັບຜູ້ນໍາໃຊ້ທີ່ເປັນຄົນຕາບອດ. ການອ່ານສຽງຈາກໜ້າຈໍນີ້ເປັນຫນຶ່ງໃນບັດດາອຸປະກອນການຊ່ວຍເຫຼືອ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ພິການຕາບອດເທົ່ານັ້ນ, ແຕ່ຍັງສາມາດຊ່ວຍຜູ້ພິ ການອື່ນໆທີ່ມີຄວາມບົກຜ່ອງທາງດ້ານສາຍຕາຜູ້ທີ່ມີຄວາມຕ້ອງການທີ່ຈະຢາກເຂົ້າເຖິງຂໍ້ມູນຂ່າວສານທີ່ມີຢູ່ໃນອິນເຕີເນັດ ຢ່າງເຕັມສ່ວນ. "ໂຄງການພັດທະນາສຽງເປັນທີ່ນິຍົມກັນຫຼາຍໃນບັນດາຜູ້ຊົມໃຊ້ທີ່ເປັນຄົນພິການຕາບອດຢູ່ໃນປະເທດໄທ. ພວກເຮົາຫຼາຍຄົນທີ່ບໍ່ສາມາດຊື້ໂປຼແກຼມສຽງທີ່ມີລາຄາແພງທີ່ມີຢູ່ໃນອິນເຕີເນັດໄດ້," ທ່ານ ມົນທຽນ ບຸນທັນ, ອະດີດປະທານສະມາຄົມຄົນພິການຕາບອດປະເທດໄທ ໄດ້ກ່າວວ່າ. ທ່ານ ດຣ ອິດສະວາຣາ ສີຣິຣຸ້ງຫຼວງ, ອາຈານສອນ ຢູ່ມະຫາວິທະຍາໄລມະຫິດົນ, ໄດ້ກ່າວວ່າ "ໂດຍການຕິດຕັ້ງໂປຼແກຼມສຽງໃນໂທລະສັບມືຖືຂອງພວກເຮົາ, ພວກເຮົາສາມາດນໍາໃຊ້ອິນເຕີເນັດ ແລະ ກວດສອບ ອີເມລ໌ໄດ້. ໃນເມື່ອໂປຼແກຼມດັ່ງກ່າວໄດ້ມີການທົດສອບ, ພວກເຮົາຫຼາຍໆຄົນໄດ້ດາວໂຫຼດ ໂປຼແກຼມດັ່ງ ກ່າວສໍາລັບການນໍາໃຊ້ເປັນການສ່ວນຕົວຂອງພວກເຮົາ. ໂປຼແກຼມສຽງໄດ້ຖືກນໍາໃຊ້ຢູ່ໃນ ຫຼາຍໆວິທີທາງ, ລວມທັງການອ່ານ ປື້ມ-ອີເລັກໂຕຼນິກ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານຫຼາຍຢ່າງ." ໃນປີ 2012, ລັດຖະບານແຫ່ງ ສປປ ລາວ ໂດຍຜ່ານກະຊວງໄປສະນີ, ການໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເລີ່ມຕົ້ນພັດທະນາໂປຼແກຼມສຽງເປັນສະບັບພາສາລາວ ສໍາລັບຄົນພິການຕາບອດໂດຍ ການຮ່ວມມືກັບສູນກາງເອເລັກໂຕຣນິກ ແລະ ເຕັກໂນໂລຊີຄອມພິວເຕີແຫ່ງຊາດ (NECTEC). ຢູ່ໃນຂັ້ນຕອນລິເລີ່ມ, ມັນແມ່ນໂຄງການຮ່ວມມືສາກົນໂດຍລັດຖະບານທັງສອງຝ່າຍ. ດ້ວຍການສະໜັບສະໜູນຈາກສະມາຄົມຄົນພິການຕາບອດປະເທດໄທ, ສະມາຄົມຄົນພິການ ຕາບອດ ລາວ (LAB) ໄດ້ມີການພົວພັນຢ່າງຈິງຈັງໃນຂະບວນການຂອງການພັດທະນາໂປຼແກຼມສຽງຢູ່ໃນ ສປປ ລາວ. ສະມາຄົມຄົນພິການຕາບອດລາວ (LAB) ໄດ້ປະຕິບັດຕາມການປະຕິບັດທີ່ດີຂອງສະມາ ຄົມຄົນພິການຕາບອດປະເທດໄທ, ທີ່ໄດ້ມີການພິຈາລະນາສະມາຊິກຂອງຕົນຜູ້ທີ່ບໍ່ສາມາດນຳໃຊ້ຊອບ ແວລາຄາແພງທາງການຄ້າປະເພດດຽວກັນໄດ້. "ໂປຼແກຼມສຽງທີ່ເປັນສະບັບພາສາລາວ ແມ່ນເພື່ອສະໜັບສະໜູນຄົນພິການຕາບອດຢູ່ທີ່ ສປປ ລາວ ໃຫ້ ໄດ້ມີການເຂົ້າເຖິງຂໍ້ມູນຂ່າວສານຢູ່ໃນອິນເຕີເນັດຢ່າງງ່າຍດາຍ, ເພື່ອຕິດຕໍ່ສື່ສານກັບຄົນອື່ນໆໂດຍການ ນຳໃຊ້ອີເມວລ໌, ແລະ ເພື່ອໃຫ້ໄດ້ຮັບປະໂຫຍດຂອງເຄືອຂ່າຍທາງສັງຄົມ. ມີຄວາມຕ້ອງການທີ່ຈຳເປັນ ຕ້ອງໄດ້ການພັດທະນາໂປຼແກຼມສຽງທີ່ເປັນສະບັບພາສາລາວ, ດັ່ງນັ້ນ ຄົນຕາບອດຫຼາຍໆຄົນ ຢູ່ໃນ ສປປ ລາວ ຈະໄດ້ຮັບປະໂຫຍດຈາກການ ພັດທະນາໂປຼແກຼມສຽງດັ່ງກ່າວນີ້," ທ່ານ ນາງ ກອງແກ້ວ ຕຸນາລົມ, ປະທານສະມາຄົມຄົນພິການຕາບອດລາວ (LAB) ໄດ້ກ່າວວ່າ. ການມີສ່ວນຮ່ວມຂອງສະມາຄົມຄົນພິການຕາບອດລາວ (LAB) ຢູ່ໃນຂະບວນການພັດທະນາໂປຼແກຼມສຽງ ທີ່ເປັນສະບັບພາສາລາວ ແມ່ນມີຄວາມສຳຄັນຢ່າງຫຼວງຫຼາຍ. ທ່ານ ນາງ ຕຸນາລົມ ໄດ້ກ່າວວ່າ, "ມັນ ເປັນສິ້ງທີ່ຍິ່ງໃຫຍ່ທີ່ກະຊວງໄປສະນີ, ການໂທລະຄົມມະນາຄົມ ແລະ ການສື່ສານ ແລະ ສະມາຄົມ ຄົນພິການຕາບອດລາວ (LAB) ໄດ້ຮັບການຮ່ວມມືກັນໃນການພັດທະນາເປົ້າໝາຍນື່ງດຽວກັນ: ເພື່ອ ໃຫ້ໂອກາດແກ່ຄົນພິການຕາບອດ ໄດ້ເຂົ້າເຖິງຂໍ້ມູນຂ່າວສານເອເລັກໂຕຣນິກຢ່າງເປັນອິດສະຫຼະ ໂດຍ ຜ່ານລະບົບຄອມພິວເຕີ ແລະ ໂທລະສັບມືຖືສະມາຣດໂຟນຕ່າງໆ. ການມີສ່ວນຮ່ວມຂອງພວກເຮົາ ແມ່ນເປັນສິ່ງທີ່ສໍາຄັນໃນຂະບວນການພັດທະນາ ນັບຕັ້ງແຕ່ພວກເຮົາຈະເປັນຜູ້ທີ່ຊົມໃຊ້." ຜະລິດຕະພັນໂປຼແກຼມສຽງທີ່ເປັນສະບັບພາສາລາວ ໄດ້ຄາດຫວັງວ່າ ຈະພັດທະນາໃຫ້ສໍາເລັດໃນເວລາ ອັນໄວນີ້. ໃນອະນາຄົດອັນໃກ້ນີ້ ຄົນພິການຕາບອດຫຼາຍຄົນ ຢູ່ໃນ ສປປ ລາວ ຈະສາມາດເຂົ້າເຖິງ ຂໍ້ມູນຂ່າວສານໂດຍການນຳໃຊ້ໂປຼແກຼມສຽງ. "ສະມາຄົມຄົນພິການຕາບອດລາວ (LAB) ເຊື່ອໝັ້ນວ່າໂຄງການນີ້ຈະໃຫ້ການຊ່ວຍເຫຼືອພວກເຮົາແນ່ ນອນ ໃນການຕອບສະໜອງໃຫ້ພວກເຮົາໄດ້ເຂົ້າເຖິງຂໍ້ມູນຂ່າວສານໂດຍວິທີການບາງຢ່າງຊັດເຈນ ຫຼາຍຂື້ນ, ເຊິ່ງຈະນໍາໄປສູ່ການໃຫ້ໂອກາດຕ່າງໆຫຼາຍຂື້ນສໍາລັບບັນດາຜູ້ທີ່ພິການຕາບອດ. ຍົກຕົວຢ່າງ, ໂປຼແກຼມສຽງນີ້ ແມ່ນຄາດຫວັງໄວ້ວ່າຈະໄດ້ມີການຮັບຮອງ ໂດຍກະຊວງສຶກສາທິການ ແລະ ກິລາ ຈະໄດ້ນໍາໃຊ້ຢູ່ໃນບັນດາໂຮງຮຽນຕ່າງໆ," ທ່ານ ນາງ ຕຸນາລົມ ໄດ້ກ່າວວ່າ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ພັດທະນາໂປຼແກຼມສຽງ (ໂປຼແກຼມກ່ຽວກັບສຽງ) ເປັນສະບັບພາສາລາວ. - ສົ່ງເສີມການນຳໃຊ້ໂປຼແກຼມສຽງທີ່ເປັນສະບັບພາສາລາວຢູ່ໃນຊຸມຊົນ, ໂດຍສະເພາະແມ່ນຢູ່ໂຮງຮຽນຄົນຕາບອດ. #ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບບັນດາການບໍລິການສາທາລະນະ ຢູ່ໃນໝູ່ບ້ານຊົນນະບົດຕ່າງໆ ຢູ່ທີ່ ສປປ ລາວ ໜຶ່ງໃນບັນດາຜົນສໍາເລັດທີ່ສັງເກດເຫັນໄດ້ໂດຍອົງການສາກົນເພື່ອຄົນພິການ ປະຈຳ ສປປ ລາວ ເປັນ ໂຄງການໜຶ່ງທີ່ມີຄວາມຍືນຍົງກໍ່ຄືໂຄງການຟື້ນຟູຄົນພິການຂັ້ນພື້ນຖານຊຸມຊົນ (CBR) ໃນການຮ່ວມມື ກັບສູນຟື້ນຟູຄົນພິການແຫ່ງຊາດ (NRC) ຢູ່ໃນ 4 ບ້ານເປົ້າໝາຍ, ຢູ່ທີ່ແຂວງວຽງຈັນ, ສປປ ລາວ. ທ່ານ ບຸນເປ້, ທີ່ອາໄສຢູ່ໃນບ້ານນ້ອຍ, ໄດ້ກ່າວວ່າ "ພໍ່ແມ່ຜູ້ປົກຄອງຫຼາຍໆຄົນໄດ້ຮຽນຮູ້ວິທີການດູແລ ເດັກນ້ອຍພິການຂອງເຂົາເຈົ້າ ແລະ ໄດ້ນໍາໃຊ້ບົດຮຽນທີ່ພວກເຂົາເຈົ້າໄດ້ຮຽນຮູ້ມາຈາກໂຄງການຟື້ນຟູ ຄົນພິການຂັ້ນພື້ນຖານຊຸມຊົນ (CBR)." "ເມື່ອເວລາທີ່ພໍ່ແມ່ຜູ້ປົກຄອງຂອງຂ້າພະເຈົ້າໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບການຟື້ນຟູຄົນພິການຂັ້ນ ພື້ນຖານຊຸມຊົນ (CBR), ພວກເຂົາເຈົ້າໄດ້ຮັບຮູ້ຂໍ້ມູນຂ່າວສານໃໝ່ໆຫຼາຍຢ່າງ ແລະ ໄດ້ມີຄວາມຮູ້ຫຼາຍ ຂື້ນ ແລະ ໄດ້ນໍາເອົາຄວາມຮູ້ດັ່ງກ່າວນັ້ນໄປນຳໃຊ້ເຂົ້າໄປໃນການດຳລົງຊີວິດຂອງຂ້າພະເຈົ້າ. ຫຼັງຈາກ ນັ້ນ, ຂ້າພະເຈົ້າກໍ່ສາມາດບໍລິການຕົນເອງໃນການຍ່າງໄປເຂົ້າໂຮງຮຽນດ້ວຍການສະໜັບສະໜູນຈາກໝູ່ ເພື່ອນຢູ່ໃນບ້ານດຽວກັນ," ທ່ານ ນາງ ນູ ເຮີ, ຜູ້ຍິງພິການຢູ່ບ້ານໂພນຄຳເຫນືອ ໄດ້ກ່າວວ່າ. ບັນດາບ້ານເຫຼົ່ານີ້ແມ່ນໄດ້ຮັບຜົນປະໂຫຍດຢ່າງສົບຜົນສໍາເລັດຈາກໂຄງການຟື້ນຟູຄົນພິການຂັ້ນພື້ນຖານ ຊຸມຊົນ (CBR). ເປັນເລື່ອງທີ່ມີຄວາມເປັນຈິງ, ທີ່ຄົນພິການ, ສະມາຊິກຄອບຄົວຂອງພວກເຂົາເຈົ້າ ແລະ ຊາວບ້ານຈາກບ້ານອື່ນໄດ້ຮັບໂອກາດຢ່າງຫຼວງຫຼາຍໃນການເຂົ້າເຖິງຂໍ້ມູນຂ່າວສານດ້ວຍການສະໜັບສະໜູນຈາກອໍານາດການປົກທ້ອງຖິ່ນຢູ່ໃນຂັ້ນບ້ານ, ຂັ້ນເມືອງ ແລະ ຢູ່ໃນລະດັບຂັ້ນແຂວງ. ຕົວຢ່າງ, ນາຍບ້ານໄດ້ມີການນໍາໃຊ້ ໂທລະໂຄ່ງປະຈຳບ້ານເພື່ອເຜີຍແຜ່ຂໍ້ມູນຂ່າວສານສາທາລະນະ, ທີ່ ເຮັດໃຫ້ໝົດທຸກຄົນຢູ່ພາຍໃນບ້ານດຽວກັນສາມາດໄດ້ຮັບການແຈ້ງໃຫ້ຊາບຂໍ້ມູນຂ່າວສານຕ່າງໆ. ໃນຊົນນະບົດວິທີການກະຈາຍຂໍ້ມູນຂ່າວສານແບບນີ້ແມ່ນມີປະສິດທິຜົນຫຼາຍ, ທີ່ໄດ້ມີການພິຈາລະນາ ຄວາມຈິງທີ່ວ່າ ມີປະຊາຊົນຈໍານວນຫຼາຍທີ່ມີໂອກາດຈຳກັດທາງດ້ານການສຶກສາ ຫຼື ມີຄວາມຫຍຸ້ງຍາກໃນ ການອ່ານ ແລະ ການຂຽນພາສາລາວ. ໂດຍໄດ້ຮັບການປະກາດສາທາລະນະທີ່ປະຊາຊົນຢູ່ພາຍໃນບ້ານ ສາມາດໄດ້ຮັບການແຈ້ງການວ່າມີຂໍ້ມູນຂ່າວສານຕ່າງໆສິ່ງໃດແດ່ທີ່ຢູ່ມີຢູ່ອອ້ມຕົວຂອງພວກເຂົາເຈົ້າ. ຢູ່ໃນ ເວລາດຽວກັນອຳນາດການປົກຄອງເມືອງ ແລະ ອຳນາດການປົກຄອງຂັ້ນແຂວງຢູ່ແຂວງວຽງຈັນກໍ່ໄດ້ຊຸກ ຍູ້ໃຫ້ນາຍບ້ານໃນແຕ່ລະບ້ານເພື່ອສືບຕໍ່ກິດຈະກໍາການຂອງໂຄງການຟື້ນຟູຄົນພິການຂັ້ນພື້ນຖານຊຸມຊົນ (CBR) ໂດຍການຮັບຮອງຢ່າງເປັນທາງການເຊິ່ງໄດ້ມາດ້ວຍຄວາມພະຍາຍາມໃນການກໍ່ສ້າງຮາກຖານ ດັ່ງກ່າວ. ນີ້ແມ່ນຫນຶ່ງໃນລັກສະນະທີ່ສໍາຄັນຢູ່ໃນ ສປປລາວ ຈາກທັດສະນະແນວຄວາມຄິດຂອງຄວາມ ຍືນຍົງ. ທ່ານ ສີສະເໝີ ອິນທະວົງສາ, ຫົວໜ້າໂຄງການອາວຸດໂສ ສຳລັບໂຄງການສະໜັບສະໜູນສ້າງຄວາມ ເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງຂອງຄົນພິການ ປະຈຳອົງການສາກົນ ເພື່ອຄົນພິການ. ໄດ້ກ່າວວ່າ, "ການ ສື່ສານດ້ວຍຖ້ອຍຄຳປາກເປົ່າໂດຍຜ່ານອຸປະກອນການການນຳໃຊ້ສຽງເຊັ່ນ: ຜ່ານລະບົບໂທລະໂຄ່ງບ້ານ ແມ່ນໄດ້ຖືກນຳໃຊ້ໃນການຮັບປະກັນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການເຜີຍແຜ່ຂໍ້ມູນຂ່າວສານສາ ທາລະນະລະຫວ່າງບັນດາຊາວບ້ານ. ໃນເວລາດຽວກັນ, ການຢ້ຽມຢາມເຮືອນຕໍ່ເຮືອນກໍ່ເປັນລະບົບ ການສື່ສານຕົວຂອງບຸກຄົນທີ່ມີປະສິດທິຜົນໂດຍສະເພາະແມ່ນສໍາລັບຄົນທີ່ມີຄວາມພິການທາງດ້ານ ສາຍຕາ, ຄົນຫູໜວກ ແລະ ບຸກຄົນຜູ້ທີ່ຄວາມຫຍຸ້ງຍາກໃນການໄດ້ຍິນ ແລະ ລວມທັງຄົນພິການ ທາງສະໝອງ ແລະ ພິການທາງສະຕິປັນຍາ. ວິທີການການແລກປ່ຽນຂໍ້ມູນຂ່າວສານອື່ນໆ ເຊັ່ນ: ກະດານ ຂ່າວສານຢູ່ໃນພື້ນທີ່ສາທາລະນະກໍ່ເປັນປະໂຫຍດດີເຊັ່ນດຽວກັນ." ຕາມຜົນທີ່ໄດ້ຮັບຈາກບັນດາໂອກາດຕ່າງໆທີ່ເພີ່ມຂື້ນໃນການເຂົ້າເຖິງຂໍ້ມູນຂ່າວສານສໍາລັບຄົນພິການ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ, ປະຊາຊົນທີ່ຢູ່ໃນບ້ານດຽວກັນໃນປະຈຸບັນມີຄວາມເຂົ້າໃຈໃນທາງ ບວກຂອງຄວາມເປັນພິການ. "ຄົນພິການບໍ່ໄດ້ມີສ່ວນຮ່ວມຢ່າງຈິງຈັງໃນກິດຈະກໍາວັດທະນະທໍາຕ່າງໆ ເຊັ່ນ: ງານບຸນປະເພີນີອື່ນໆ ແລະ ງານແຕ່ງງານ ໃນໄລຍະຜ່ານມາ. ເພາະສະນັ້ນ, ພວກເຮົາຈຶ່ງໄດ້ເລີ່ມຕົ້ນເຊີນເອົາຄົນພິການ ແລະ ຄອບຄົວຂອງເຂົາເຈົ້າ ເພື່ອເຂົ້າຮ່ວມກອງປະຊຸມທົ່ວໆໄປຂອງບ້ານ. ໃນຂະນະທີ່ພວກເຂົາ ເຈົ້າໄດ້ເຂົ້າ ຮ່ວມໃນການສົນທະນາຕ່າງໆ, ຂະບວນການດັ່ງກ່າວນີ້ທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈສະຖານະການຂອງ ເຂົາເຈົ້າດີຂື້ນ," ທ່ານ ຄຳແກ້ວ ຄຳສາວົງ, ເລຂາພັກບ້ານ ຢູ່ໃນບ້ານໂພນຄໍາເຫນືອໄດ້ກ່າວວ່າ. ກິດຈະກໍາຕ່າງໆຂອງໂຄງການຟື້ນຟູຄົນພິການຂັ້ນພື້ນຖານຊຸມຊົນ (CBR) ໃນບັນດາບ້ານຕ່າງໆ ແມ່ນ ໄດ້ຖືກຈັດຕັງປະຕິບັດຈົນເຖິງປະຈຸບັນທີ່ກາຍມາເປັນສ່ວນຫນຶ່ງຂອງກິດຈະກໍາຂອງຊາວບ້ານປົກກະຕິ. ອໍານາດການປົກທ້ອງຖິ່ນ ສືບຕໍ່ຈັດກອງປະຊຸມຕ່າງໆປະຈໍາເດືອນ, ເຊິ່ງເຮັດໃຫ້ປະຊາຊົນ ໃນໝູ່ບ້ານໄດ້ມີການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການບໍລິການສາທາລະນະຕ່າງໆ. "ປັດໄຈທີ່ສໍາຄັນທີ່ສຸດກໍ່ຄືການສ້າງຕັ້ງເຄືອຂ່າຍທ້ອງຖິ່ນໃນບັນດາແຂວງ, ບັນດາເມືອງ ແລະ ອໍານາດ ການປົກຄອງ ເຂດ/ບ້ານ ແລະ ປະຊາຊົນບັນດາເຜົ່າອື່ນໆຢູ່ໃນຊຸມຊົນ ເພື່ອການສະຫນອງໂອກາດຕ່າງໆ ໃນການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການບໍລິການສາທາລະນະອື່ນໆ. ໂຄງການຟື້ນຟູຄົນພິການຂັ້ນພື້ນ ຖານຊຸມຊົນ (CBR) ໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງຕັ້ງ ວິທີການກົນໄກທີ່ເໝາະສົມ ໃນການແລກປ່ຽນຂໍ້ມູນຂ່າວສານສາທາລະນະກັບປະຊາຊົນ ຢູ່ພາຍໃນ ບ້ານ, ລວມທັງຄົນພິການ ແລະ ສະມາຊິກຄອບຄົວຂອງພວກເຂົາເຈົ້າ. ບົດຮຽນທີ່ຖອດຖອນໄດ້ອີກປະການ ຫນຶ່ງຈາກໂຄງການ CBR ກໍ່ຄືການມີການສ່ວນຮ່ວມຂອງອຳນາດການປົກຄອງທ້ອງຖິ່ນເຂົ້າໃນຂະບວນ ການຂອງການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາວຽກງານຂອງໂຄງ ການ, ເພື່ອສືບຕໍ່ການຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງທີ່ສາມາດເສີມຂະຫຍາຍຄວາມສຳນິຊໍານານ ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຄວາມຮູ້ກ່ຽວກັບຄວາມພິການ ແລະ ການພັດທະນາ ແລະ ນໍາໃຊ້ວິທີ ການປະຕິບັດດັ່ງກ່າວສໍາລັບປະຊາຊົນຜູ້ທີ່ຢາກຈະມີການເຂົ້າເຖິງຂໍ້ມູນຂ່າວສານຢູ່ພາຍໃນບ້ານຂອງພວກ ເຂົາເຈົ້າເອງ," ທ່ານ ອິນທະວົງສາ ໄດ້ກ່າວວ່າ. ກິດຈະກໍາເພື່ອນຳໄປສູ່ການປ່ຽນແປງ ໂດຍອີງຕາມການປະຕິບັດທີ່ດີ: - ພັດທະນາປື້ມຄູ່ມືຂໍ້ມູນຂ່າວສານກ່ຽວກັບແຫຼ່ງການບໍລິການທີ່ສຳຄັນຕ່າງໆ. - ຈັດຕັ້ງການຝຶກອົບຮົມ ສໍາລັບອໍານາດການປົກບ້ານຕ່າງໆທີ່ກ່ຽວຂ້ອງ ໂດຍອີງໃສ່ການປະຕິບັດທີ່ດີ. - ສົ່ງເສີມການນຳໃຊ້ປື້ມຄູ່ມືຂໍ້ມູນຂ່າວສານລະຫວ່າງອາສາສະໝັກບ້ານ ແລະ ອຳນາດການປົກຄອງ ຕ່າງໆ. *VII. ສະຫຼຸບ ໂດຍຜ່ານຂະບວນການ “ເຮັດໃຫ້ປະກົດຜົນເປັນຈິງ”, ມັນເປັນໄປໄດ້ທີ່ກໍານົດກໍລະນີສຶກສາການປະຕິບັດທີ່ດີຢູ່ ກໍາປູເຈຍ ແລະ ສປປ ລາວ ກ່ຽວກັບການເຂົ້າເຖີງຂໍ້ມູນຂ່າວສານຂອງຄົນພິການ. ໃນແຕ່ລະກໍລະນີສຶກສາການປະຕິບັດທີ່ດີໄດ້ສະແດງໃຫ້ເຫັນຄວາມຕ້ອງການໃນການຮ່ວມມືຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ, ລັດຖະບານ ແລະ ພາກສ່ວນເອກະຊົນ ເພື່ອຮ່ວມມືກັນນໍາເອົາສີ່ງທີ່ເຮັດໃຫ້ມີການປ່ຽນແປງກ່ຽວກັບຊີວິດການເປັນຢູ່ຂອງຄົນພິການ. ການປະຕິບັດທີ່ດີທີ່ໄດ້ນໍາສະເໜີບໍ່ພຽງແຕ່ເປັນຫຼັກຖານອ້າງອີງໃຫ້ອົງການຄົນພິການເທົ່ານັ້ນ ມັນຍັງເປັນວຽກງານທີ່ສະໜັບສະໜູນໃຫ້ແກ່ອົງການຄົນພິການ. ການປະຕິບັດທີ່ດີໄດ້ຜັກດັນໃຫ້ມີກິດຈະກໍາທີ່ເຮັດໃຫ້ມີການປ່ຽນແປງ ແລະ ເລີ້ມຈັດຕັ້ງປະຕິບັດໃນກຸມພາ, ປີ 2014 ຢູ່ ກໍາປູເຈຍ ແລະ ສປປ ລາວ. ທ່າແຮງຈາກການແລກປ່ຽນບົດຮຽນໃນລະດັບພາກພື້ນ ແລະ ມີໂອກາດໃນຮຽນຮູ້ຈາກປະສົບການຊື່ງກັນ ແລະ ກັນ ໂດຍການສັງລວມເອົາບັນດາປະສົບການເຫຼົ່ານັ້ນຈາກປະຊຸມຮ່ວມໃນລະດັບພາກພື້ນທີ່ຈັດຂື້ນຢູ່ທີ່ ພະນົມເປັນ ໃນວັນທີ 21-23 ມັງກອນ, ປີ 2014. ກໍລະນີສຶກສາການປະຕິບັດທີ່ດີຂອງແຕ່ລະປະເທດສາມາດນໍາໄປຈັດຕັ້ງປະຕິບັດຢູ່ໃນປະເທດ ແລະ ພາກພື້ນ. ບາງຄໍາແນະນໍາທີ່ສາມາດນໍາມາໃຊ້ໄດ້ຄື: - ຄວາມສໍາຄັນໃນການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງຕ່າງໆທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ຂອງການປະຕິບັດທີ່ດີທີ່ໃຫ້ຊື່ວ່າ ຜູ້ຕັດສິນໃຈ, ຜູ້ໃຫ້ບໍລິການ ແລະ ຜູ້ນໍາໃຊ້, ແລະ ການໃຊ້ເວລາໃນການສ້າງສາຍພົວພັນລະຫ່ວາງຜູ້ຈັດຕັ້ງປະຕິບັດ. ຄວາມພ້ອມ ແລະ ຄວາມເຕັມໃຈເປັນກຸນແຈແຫ່ງຄວາມສໍາເລັດ; - ຄວາມສໍາຄັນໃນການເຂົ້າຮ່ວມຂອງຄົນພິການໃນການອອກແບບ ແລະ ການຈັດຕັ້ງປະຕິບັດຕົວຈິງ; - ຖ້າການປະຕິບັດທີ່ດີພັດທະນາຂື້ນໂດຍອົງການຈັດຕັ້ງສາກົນ, ສີ່ງສໍາຄັນໃຫ້ຜູ້ຈັດຕັ້ງປະຕິບັດໃນລະດັບທ້ອງຖີ່ນເປັນຜູ້ນໍາພາໃຫ້ແກ່ຜູ້ຈັດຕັ້ງປະຕິບັດເພື່ອຄວາມເປັນເຈົ້າການ ແລະ ຄວາມຍືນຍົງຂອງກິດຈະກໍາ; - ຄວາມສໍາຄັນໃນການກວດສອບການປະຕິບັດທີ່ດີທີ່ກ່ຽວຂ້ອງຖ້າມັນມີການນໍາໃຊ້ຄວາມແຕກຕ່າງຈາກເນື້ອໃນຕົວຈິງ; ແລະ - ຄວນຈໍາໄວ້ວ່າການເຂົ້າເຖີງຂໍ້ມູນຂ່າວສານຂອງຄົນພິການອາດຈະຕ້ອງມີການປັບຕົວຂອງການວິຊາການ ແຕ່ສວ່ນຫຼາຍເປັນການປັບຕົວທາງດ້ານທັດສະນາຄະຕິ. *ກຳປູເຈຍ 1 ລາຍການໂທລະພາບ 1. ທ່ານ ອ້ຽງ ຣິດທີ ຢູ່ຊ່ອງໂທລະພາບບາຢົນ (Bayon TV) ອະທິບາຍການມີສ່ວນຮ່ວມຂອງແປພາສາມື 2. ທ່ານ ນາງ ວົງ ເຈນນີ ຢູ່ອົງການຄຣູສາຣ໌ເມ (Krousar Thmey) ແລກປ່ຽນກ່ຽວກັບຜົນກະທົບຂອງລາຍການໂທລະພາບກັບພາສາມື 3. ການແປພາສາມືຢູ່ໃນລາຍການໃໝ່ ໂດຍຊ່ອງໂທລະພາບບາຢົນ (Bayon TV) 2 ໂຄງການຝຶກອົບຮົມພາສາມື 1. ທ່ານ ນາງ ເຄັງ ນັດ ສະແດງຄວາມຮູ້ສຶກຂອບໃຈສຳລັບໂອກາດການຝຶກອົບຮົມໂດຍອົງການພັດທະນາຄົນຫູໜວກ 2. ຫ້ອງຮຽນຢູ່ໂຮງຮຽນຄຣູສາຣ໌ ເມ (Krousar Thmey) 3 ຮ່າງແມ່ແບບພາສາໂນນ (Braille Template) 1. ທ່ານ ນີ ກຸກ ສະແດງໃຫ້ເຫັນຕົວຢ່າງຮ່າງແມ່ແບບການລົງຄະແນນສຽງ 2. ທ່ານ ນີ ກຸກ ກໍາລັງສະແດງຮ່າງແມ່ແບບລົງຄະແນນສຽງເລືອກຕັ້ງ 3. ຕົວຢ່າງຮ່າງແມ່ແບບການລົງຄະແນນສຽງທີ່ໄດ້ນຳໃຊ້ໂດຍຄົນພິການທາງດ້ານສາຍຕາຢູ່ໃນການເລືອກຕັ້ງ 4 ການເຂົ້າເຖິງຂໍ້ມູນຂ່າວສານ 1. ທ່ານ ນາງ ເພັນ ຢອນ ແລກປ່ຽນປະສົບການຂອງລາວກັບການທີ່ເປັນສະມາຊິກຂອງກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ 2. ທ່ານ ວົງ ສຣັກຄ໌ ອະທິບາຍການປະຕິບັດທີ່ດີກ່ຽວກັບການເຂົ້າເຖີງຂໍ້ມູນຂ່າວສານ 5 ອຸປະກອນຕ່າງໆກ່ຽວກັບການສຶກສາຂໍ້ມູນຂ່າວສານຊຸມຊົນ (IEC) 1. ອຸປະກອນຕ່າງໆກ່ຽວກັບການສຶກສາຂໍ້ມູນຂ່າວສານຊຸມຊົນ (IEC) ທີ່ໄດ້ນຳໃຊ້ເຂົ້າໃນການຝຶກອົບຮົມ ໂດຍອົງການສາກົນເພື່ອຄົນພິການ ປະຈຳປະເທດກຳປູເຈຍ 2. “ການເຂົ້າເຖິງການປູກຈິດສຳນຶກທ້ອງຖີ່ນ” ໄດ້ຜະລິດຂື້ນມາໂດຍອົງການສາກົນເພື່ອຄົນພິການປະຈຳປະເທດກຳປູເຈຍ 3. ທ່ານ ນາງ ສີມອນ ຈັກຣີຢາ ອະທິບາຍຄວາມໝາຍຂອງຮູບແຕ້ມຕ່າງໆ ສປປ ລາວ 1 ການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ (DRET) 1. ບົດຮຽນກ່ຽວກັບການຝຶກອົບຮົມສິດທິ ແລະ ຄວາມສະເໝີພາບຂອງຄົນພິການ 2. ກິດຈະກຳການຫຼີ້ນເກມຕ່າງໆທີ່ນຳໃຊ້ໃນການຝຶກອົບຮົມບັນດາຜູ້ເຂົ້າຮ່ວມ 3. ການຝຶກອົບຮົມຜູ້ເຂົ້າຮ່ວມຈາກສະມາຄົມນັກຂ່າວລາວ 2 ການຝຶກອົບຮົມພາສາມືສຳລັບພະນັກງານສາທາລະນະສຸກ 1. ທ່ານ ບຸນເຕີມ ຈັນຕະລີວົງ ກະກຽມແຜນການຝຶກອົບຮົມພາສາມື 2. ທ່ານໝໍ ແລະ ພະຍາບານ ຕິດຕໍ່ສື່ສານກັບຄົນຫູໜວກ 3. ພະນັກງານສາທາລະນະສຸກ 2 ທ່ານຈາກໂຮງໝໍ 9 ແຫ່ງ ເຂົ້າຮ່ວມການຝຶກອົບຮົມພາສາມື 3 ເຄື່ອງມືນຳໃຊ້ແຮນມີ (Hand Me App) 1. ທ່ານ ທະນົງສຸກ ສຸກສະຫວັດ, ຜູ້ອຳນວຍການບໍລິຫານຂອງບໍລິສັດພັດທະນາໄອທີລາວຈຳກັດ 2. ທ່ານ ພຸດທະກອນ ກຸນາວົງ ສິດສອນວິທີການນຳໃຊ້ເຄື່ອງມືແຮນມີ “Hand Me” 3. ແຮນມີ “HandMe” ສາມາດດາວໂຫຼດສຳລັບຟຣີ 4 ໂຄງການພັດທະນາສຽງ (Audio Program) 1. ທ່ານ ນາງ ກອງແກ້ວ ຕຸນາລົມ ແລກປ່ຽນກ່ຽວກັບທັດສະນະຂອງຄົນຕາບອດ 2. ສະໜັບສະໜູນການໂຄສະນາ ໂດຍສະມາຄົມຄົນຕາບອດລາວ 5 ການບໍລິການສາທາລະນະໂດຍອໍານາດການປົກບ້ານ 1. ທ່ານ ບຸນເປ້ ທີ່ດຳລົງຊີວິດຢູ່ບ້ານນ້ອຍ 2. ທ່ານ ສີສະເໝີ ອິນທະວົງສາ ຢູ່ຫ້ອງການ ອົງການສາກົນເພື່ອຄົນພິການ ປະຈຳ ສປປ ລາວ 3. ການບໍລິການສາທາລະນະໂດຍອໍານາດການປົກບ້ານ *ບັນດາຄູ່ຮ່ວມງານໂຄງການ ກອງເລຂາ ຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ສປປ ລາວ, ຄະນະກໍາມະການແຫ່ງຊາດເພື່ອຄົນພິການ (NCDP) ສ້າງຕັ້ງພາຍໃຕ້ດໍາລັດຂອງນາຍົກລັດມຸນຕີ ໃນປີ 1995, ເປັນໜ່ວຍງານໃນລະດັບສູງທີ່ມີໜ້າທີ່ປະສານງານກັບໜ່ວຍງານຄົນພິການທົ່ວປະເທດ. ຕາມໂດຍການເຊັນສັນຍາສະຕາບັນຂອງອົງການສະຫະປະຊາຊາດວ່າດ້ວຍສິດທິຂອງຄົນພິການ, ຕາມດໍາລັດເລກທີ 61/ນຍ ເພື່ອເຊື່ອມສ້າງບົດບາດຂອງຄະນະກໍາມະການແຫ່ງຊາດເພື່ອຄົນພິການ. ມາດຕາ 2 ຂອງດໍາລັດໄດ້ກໍານົດໃຫ້ (NCDP) ເຮັດໜ້າທີ່ເປັນຕົວແທນຂອງລັດຖະບານ ໃນການຊ່ວຍ ຮອງນາຍົກ ລັດຖະມູນຕີໃນການປະສານກັບບັນດາກະຊວງ, ພະແນກການ ແລະ ເຈົ້າໜ້າທີ່ໃນທ້ອງຖີ່ນໃນການປົກປ້ອງ, ດູແລຮັກສາ, ຟື້ນຟູ, ໃຫ້ການສະໜັບສະໜູນ ແລະ ພັດທະນາຄົນພິການໃນຂອບເຂດທົ່ວປະເທດ. NCDP ມີຕົວແທນຢູ່ໃນຂັ້ນແຂວງ ແລະ ຂັ້ນເມືອງ, ແຕ່ການປະຕິບັດໜ້າທີ່ຕົວແທນເຫຼົ່ານັ້ນຍັງບໍທັນໄດ້ປະຕິບັດຕາມພາລະບົດບາດເທົ່າທີຄວນ. NCDP ເປັນຫ້ອງການນື່ງຊື່ງຢູ່ພາຍໃຕ້ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ອີງຕາມດໍາລັດເລກທີ 232/ນຍໃນເດືອນ ພຶດສະພາ 2013 ຄະນະກໍາມະການແຫ່ງຊາດເພື່ອຄົນພິການ (NCDP) ໄດ້ປ່ຽນຊື່ມາເປັນ ກອງເລຂາຄະນະກໍາມະການແຫ່ງຊາດເພື່ອຄົນ ແລະ ຜູ້ອາຍຸງສູງ (NCDE). ສະມາຄົມຄົນພິການແຫ່ງຊາດລາວ (ສພຊລ) ສ້າງຕັ້ງຂື້ນໃນປີ 2001, ສະມາຄົມຄົນພິການແຫ່ງຊາດລາວ (ສພຊລ) ເປັນອົງ ການຈັດຕັ້ງພື້ນຖານຂອງສະມາຊິກຄົນພິການເພື່ອສະໜັບສະໜູນທາງດ້ານສິດທິ ຂອງຄົນພິການ ແລະ ການສະໜອງການບໍລິການໃຫ້ແກ່ສະມາຊິກໂດຍອີງໃສ່ ຄວາມຕ້ອງການຂອງພວກເຂົາເຈົ້າ. ສພຊລໄດ້ມີການຮັບຮູ້ຢ່າງເປັນທາງການ ວ່າເປັນສະມາຄົມທີ່ບໍ່ຫັວງຜົນກໍາໄລຢູ່ໃນ ສປປ ລາວ.ສພຊລ ມີສະມາຊິກ ຫຼາຍກວ່າ 16,000 ຄົນຈາກທົ່ວປະເທດ, ທີ່ກໍາລັງຊອກຫາເພື່ອການເປັນຕົວແທນທາງດ້ານຜົນປະ ໂຫຍດຂອງຄົນພິການທັງໝົດພາຍໃນ ສ.ປ.ປ. ລາວ, ໂດຍບໍ່ຄຳນືງເຖີງສະພາບການເປັນສະມາ ຊິກຂອງພວກເຂົາເຈົ້າ. ສພຊລ ເຮັດວຽກຢູ່ໃນລະດັບຊາດ ແລະ ລະດັບແຂວງເປັນສ່ວນໃຫຍ່. ຫ້ອງການໃຫຍ່ແມ່ນມີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ສພຊລ ເຮັດວຽກໃນການຮ່ວມມືກັບຫຼາຍອົງ ການຈັດຕັ້ງ. ອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ ອົງການຈັດຕັ້ງຂອງຄົນພິການປະເທດກຳປູເຈຍ (CDPO) ແມ່ນນື່ງອົງການ ທີ່ເປັນການເຄື່ອນໄຫວຂອງຄົນພິການກໍາປູເຈຍທີ່ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ກັນຍາ ປີ 1994 ທີ່ມີວິໄສທັດຄື "ຄົນພິການໄດ້ມີສິດທິການມີສ່ວນຮ່ວມຢ່າງ ເທົ່າທຽມກັນຢູ່ໃນສັງຄົມ." ພາລະກິດຂອງຕົນແມ່ນເພື່ອພັດທະນາເຄືອຂ່າຍອົງການຈັດຕັ້ງຂອງຄົນພິການ (DPOs) ເພື່ອສະໜັບສະໜູນ, ປົກປ້ອງ, ບໍລິການ ແລະ ສົ່ງເສີມສິດທິຂອງ ຄົນພິການ, ຜົນສໍາເລັດ ແລະ ຜົນປະໂຫຍດທີ່ຈະນຳມາສູ່ການມີສ່ວນຮ່ວມ ແລະ ຄວາມສະເໝີ ພາບຢ່າງເຕັມສ່ວນຂອງຄົນພິການຢູ່ໃນສັງຄົມ. ສູນພັດທະນາຄົນພິການ ເອເຊຍ-ປາຊີຟິກ (APCD) ສູນພັດທະນາຄົນພິການ ເອຊີ-ປາຊີຟິກ (APCD) ເປັນສູນກາງພາກພື້ນກ່ຽວກັບຄວາມພິການ ແລະ ການພັດທະນາ. APCD ໄດ້ສ້າງຕັ້ງຂຶ້ນຢູ່ ບາງກອກ, ປະເທດໄທ ທີ່ເປັນມໍລະດົກ ທົດ ສະວັດຂອງອາຊີ ແລະ ປາຊີຟິກ ຂອງຄົນພິການ 1993-2002, ໂດຍໄດ້ມີການ ຮ່ວມມືລະຫວ່າງ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ລັດຖະບານຂອງລາດຊະອະນາຈັກ ໄທ ແລະ ອົງການຮ່ວມມືສາກົນປະເທດຍີ່ປຸ່ນ (JICA), ລັດຖະບານຂອງປະເທດຍີ່ປຸ່ນ. ໃນຄວາມຮ່ວມມືກັບຫຼາຍກ່ວາ 30 ປະເທດຢູ່ໃນພາກພື້ນອາຊີ-ປາຊີຟິກ, APCD ໄດ້ຮັບການຄຸ້ມຄອງ ບໍລິຫານໂດຍມູນນິທິ APCD ພາຍໃຕ້ການສະໜັບສະໜູນໃຫ້ການອຸປະຖຳຂອງຜູ້ທີ່ມີຕຳແໜ່ງສູງ ສຸດຂອງ ລາຊີນີມະຫາຈັກກະຣິນ ສີຣິນທອນ (Princess Maha Chakri Sirindhorn). ຄະນະກຳມາທິການດ້ານເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ ສໍາລັບອາຊີ ແລະ ປາຊີຟິກ (ESCAP) ໄດ້ກໍານົດໃຫ້ APCD ເປັນສູນກາງພາກພື້ນກ່ຽວກັບຄວາມພິການ ແລະ ການພັດທະ ນາໂດຍຜ່ານແຜນຍຸດທະສາດອິນຊອນ (Incheon) ເພື່ອ "ເຮັດໃຫ້ສິດທິປະກົດຜົນເປັນຈິງ", 2013-2022. ອົງການສາກົນເພື່ອຄົນພິການ ປະຈໍາຢູ່ ສປປ ລາວ ຖະໜົນ ຮ່ອງແກ 51/1, ບ້ານ ສີສັງວອນ ນະຄອນຫຼວງວຽງຈັນ, ສປປ ລາວ ໂທລະສັບ: +856-21412110 / ແຟັກ: +856-21 416 242 / ອີເມລ: hilaos@handicap-international-laos.org ເວັບໄຊທ: www.handicap-international.org ອົງການສາກົນເພື່ອຄົນພິການ ປະຈໍາຢູ່ ເທດກຳປູເຈຍ #9ເອບີ, ຖະໜົນ 446, ສັງກັດ ທູລ ໂທມປຸງ 1, ຄານ ຈຳກາ ມູນ, ພະນົມເປັນ, ລາດຊະອະນາຈັກກຳປູເຈຍ ໂທລະສັບ: +855-23212897 / ອີເມລ: handicap-international@infonie.fr ເວັບໄຊທ: www.handicap-international.org